spot_img
Homeຂ່າວພາຍ​ໃນກອງປະຊຸມພົບປະແລກປ່ຽນສະພາບ ແລະ ເຊັນບົດບັນທຶກຊ່ວຍຈໍາ ປະຈໍາປີ 2022

ກອງປະຊຸມພົບປະແລກປ່ຽນສະພາບ ແລະ ເຊັນບົດບັນທຶກຊ່ວຍຈໍາ ປະຈໍາປີ 2022

Published on

ລະຫວ່າງວັນທີ 12-16 ພະຈິກ 2022, ຜ່ານມານີ້, ກອງບັນຊາການທະຫານແຂວງຫຼວງພະບາງ,ນໍາໂດຍ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ກໍາມະການປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມແຂວງເຊິນລາ ເພື່ອເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນສະພາບ ແລະເຊັນບົດບັນທຶກຊ່ວຍຈໍາ ປະຈໍາປີ 2022 ກັບກອງບັນຊາການທະຫານແຂວງເຊິນລາ ແຫ່ງ ສສ ຫວຽດນາມ, ເຊິ່ງມີ ສະຫາຍ ພັນເອກ ດ່າວຫງອກເຟືອງ ຫົວໜ້າການເມືອງກອງບັນຊາການທະຫານແຂວງເຊິນລາ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ກອງປະຊຸມພົບປະແລກປ່ຽນສະພາບ ແລະ ເຊັນບົດບັນທຶກຊ່ວຍຈໍາປະຈໍາປີ 2022 ຄັ້ງນີ້ ທັງສອງຝ່າຍໄດ້ຕີລາຄາຜົນໄດ້ຮັບຂອງການຮ່ວມມື ປະສານສົມທົບ ໂດຍປະຕິບັດຕາມທິດນໍາ ຊີ້ນໍາ ຂອງສອງພັກ, ສອງລັດ ກໍ່ຄືກະຊວງປ້ອງກັນປະເທດ ແລະ ການນໍາຂອງທັງສອງແຂວງ ໃນປີ 2022 ຜ່ານມາ.

ເຊິ່ງຍາມໃດພະນັກງານ-ນັກຮົບ ຂອງກໍາລັງປະກອບອາວຸດຂອງສອງແຂວງ ກໍ່ຍົກສູງນໍ້າໃຈເພີ່ມທະວີຮັດແໜ້ນຄວາມສາມັກຄີມິດຕະພາບແບບພິເສດ ຄວາມເຂົ້າໃຈເຊື່ອໝັ້ນເຊິ່ງກັນ ແລະ ກັນ ໄດ້ຈັດຕັ້ງປະຕິບັດຂໍ້ກໍານົດຢ່າງເຂັ້ມງວດ ຕາມເນື້ອໃນບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມເຊັ່ນນໍາກັນໃນຊຸມປີຜ່ານມາ, ຂອງກອງບັນຊາການທະຫານທັງສອງແຂວງ ໂດຍສະເພາະແມ່ນການເຄື່ອນໄຫວປະສານສົມທົບ ແລກປ່ຽນຂໍ້ມູນຂ່າວສານ ແລະ ເປັນເຈົ້າການແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ປະສານສົມທົບນໍາກັນໃນການແກ້ໄຂບັນຫາສັບສົນຢູ່ຂອບເຂດຊາຍແດນ, ພິເສດແມ່ນການ ເຂົ້າ-ອອກ ຜ່ານຊາຍແດນຜິດກົດໝາຍ ການເຄື່ອນຍ້າຍຕັ້ງພູມລໍາເນົາແບບຊະຊາຍ, ການຄ້າຂາຍເຖື່ອນ, ການຂົນສົ່ງທາດສິງເສບຕິດຂ້າມຊາຍແດນ ເປັນເສນາທິການໃຫ້ແກ່ຄະນະພັກອໍານາດການປົກຄອງທ້ອງຖິ່ນ ຢູ່ສອງຝັ່ງຊາຍແດນ ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ມະຫາຊົນ, ປະຊາຊົນ ປະຕິບັດບັນດາຂໍ້ກໍານົດກົດລະບຽບຊາຍແດນ ຍົກສູງໜ້າທີ່ຮັບຜິດຊອບໃນການກໍ່ສ້າງເສັ້ນຊາຍແດນລາວ – ຫວຽດນາມ ໃຫ້ມີສະຖຽນລະພາບ, ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃຫ້ແໜ້ນແຟ້ນຫຍິ່ງໆຂຶ້ນ, ໂອກາດດຽວກັນນີ້, ຄະນະທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາ ແລະ ພ້ອມທັງມອບຂອງທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນຕື່ມອີກ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...