spot_img
Homeຂ່າວຕ່າງປະເທດຍິງສາວຖືກລູກສອນເຂົ້າຂີ້ໝ້ຽງຍິງໃສ່ກາງຫຼັງໃນຂະນະທີ່ຍ່າງເລາະຕະຫຼາດ

ຍິງສາວຖືກລູກສອນເຂົ້າຂີ້ໝ້ຽງຍິງໃສ່ກາງຫຼັງໃນຂະນະທີ່ຍ່າງເລາະຕະຫຼາດ

Published on

ໃນຂະນະທີ່ກຳລັງຍ່າງເລາະຕະຫຼາດ ເກີດເຫດຍິງສາວຖືກຊາຍຜູ້ໜຶ່ງຍິງລູກສອນໂລຫະເຂົ້າຂີ້ໝ້ຽງໃສ່ດ້ານຫຼັງຂອງລາວ ໂດຍເປົ້າໝາຍແມ່ນເລັງໃສ່ຫົວໃຈຂອງລາວ.

ໃນຊ່ວງເຊົ້າຂອງ ວັນທີ 12 ພະຈິກ 2022  ເຫດເກີດຈາກທີ່ຊາຍຜູ້ໜຶ່ງ ໄດ້ມາຂໍເງິນນາງ ລິຊ່າ ມາຕິນ (Lisah Martin) ທີ່ກຳລັງຍ່າງເລາະຕະຫຼາດຢູ່ ແລະ ລາວກໍໄດ້ປະຕິເສດໄປວ່າບໍ່ມີ ຫຼັງຈາກນັ້ນຜູ້ຊາຍຄົນນັ້ນກໍໄດ້ດຶງເອົາລູກສອນ ທີ່ເປັນອາວຸດຜະລິດເອງ ເຊິ່ງເປັນທີ່ຮູ້ຈັກດີໃນປະເທດປາປົວນິວກີນີ ແລະ ໄດ້ຍິງໃສ່ນາງ ລິຊ່າ ໃນໄລຍະທີ່ໃກ້.

ຫຼັງຈາກນັ້ນ ນາງ ລິຊ່າ ກໍໄດ້ຖືກນຳໂຕສົ່ງໂຮງໝໍທີ່ເວວັກ ເມືອງຫຼວງຂອງປະເທດປາປົວນິວກີນີ ເຊິ່ງໝໍກໍໄດ້ຜ່າຕັດເອົາລູກສອນອອກ ແລ້ວຊ່ວຍຊີວິດລາວໄວ້ໄດ້.

ໃນປີນີ້ທີ່ ເມືອງເວວັກ ປະເທດປາປົວນິວກີນີ ໄດ້ຖືກຂ້າດ້ວຍອາວຸດທີ່ອັນຕະລາຍເຊິ່ງມັນເປັນເຫຼັກທີ່ເຂົ້າຂີ້ໝ້ຽງ ມີໜາມ ແລະ ມີຄົນໄດ້ຮັບບາດເຈັບສາຫັດ ຈາກການຖືກລູກສອນຍິງໃສ່ປະມານ 300 ຄົນໃນປີນີ້.

ເນື່ອງຈາກລູກສອນທີ່ມີລັກສະເປັນໝາມ ຈຶ່ງເຮັດໃຫ້ເອົາອອກຍາກ ອາດໄດ້ໃຊ້ໝໍຈຳນວນ 10 ຄົນ ຫຼື ໃຊ້ເວລາຫຼາຍເຖິງ 6 ຊົ່ວໂມງເພື່ອເອົາມັນອອກຈາກຮ່າງກາຍ ແລະ ບາງຄັ້ງມັນອັນຕະລາຍເຖິງຂັ້ນເສຍຊີວິດໄດ້.

ອາວຸດທີ່ຮ້າຍແຮງນີ້ ເປັນທີ່ຮູ້ຈັກແຜ່ຫຼາຍໃນວິທີສ້າງມັນຂຶ້ນມາ ໂດຍສະເພາະໄວລຸ້ນໃນຂົງເຂດນັ້ນ ແລະ ມີຊາຍໜຸ່ມຄົນໜຶ່ງໄດ້ຮູ້ວິທີປະດິດມັນຂຶ້ນ ພ້ອມທັງປະດິດມັນເພື່ອຄົນອື່ນອີກດ້ວຍ.

ແຫຼ່ງຂ່າວຈາກ ABC Aus News

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...