spot_img
Homeຂ່າວພາຍ​ໃນປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນ

ປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນ

Published on

ນະຄອນຫຼວງວຽງຈັນ ອອກແຈ້ງການກ່ຽວກັບການ ປະກອບສ່ວນຊຸກຍູ້ ທຶນຮອນເພື່ອຮັບໃຊ້ກະກຽມຂະບວນທັບນັກກິລານະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ທ້າຍປີ 2022 ໂດຍມີເນື້ອໃນດັ່ງນີ້:

ອິງຕາມ ຂໍ້ຕົກລົງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 835/ຈນວ, ລົງວັນທີ 4/10/2022 ອີງຕາມ ຫນັງສືແຈ້ງການເຊິນຂອງຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງຊຽງຂວາງ ເປັນ ເຈົ້າພາບ ສະບັບເລກທີ 11/ຄຈກຊ.XI, ລົງວັນທີ 31 ສິງຫາ 2022 ອິງຕາມ ບົດບັນທຶກຂອງກອງປະຊຸມຄົບຄະນະຮັບຜິດຊອບນໍາພາທັບນັກກິລາ ນະຄອນຫຼວງວຽງຈັນ ຄັ້ງວັນທີ 13 ຕຸລາ 2022 ອິງຕາມ ມະຕິຕົກລົງກອງປະຊຸມສ່ອງແສງຜູ້ອໍານວຍການໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ; ຄັ້ງວັນທີ 02 ພະຈິກ 2022 ເພື່ອ ຮັບປະກັນໃຫ້ການເຂົ້າຮ່ວມແຂ່ງຂັນກິລາໃນງານຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ການມີສ່ວນຮ່ວມຂອງຂະ ແຫນງສຶກສາ ແລະ ກິລານະຄອນຫຼວງວຽງຈັນ ໃນການເສຍສະຫຼະທຶນຮອນໃຫ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໃຫ້ໄດ້ຮັບຜົນສໍາເລັດ ເປັນເຈົ້າຫຼຽນຄໍາພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອ : ນໍາໄປ ແຈ້ງພະນັກງານ-ຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ລວມທັງຜູ້ປົກຄອງນັກຮຽນທີ່ເປັນຄູ ອາຈານ ແລະ ຜູ້ປົກຄອງຈາກອົງການຈັດຕັ້ງຂັ້ນຕ່າງໆ ທຸກພາກສ່ວນເຂົ້າໃຈຢ່າງທົ່ວເຖິງ ກ່ຽວກັບການປະກອບສ່ວນຊຸກຍູ້ ທຶນຮອນໃນການມີສ່ວນຮ່ວມທຶນຮອນ ຮັບໃຊ້ຂະບວນທັບນັກກິລານະຄອນຫຼວງວຽງຈັນ ໃນການເຂົ້າຮ່ວມງານມະຫາ ກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ (ເປັນເຈົ້າພາບ) ທ້າຍປີ 2022 ເຊິ່ງມີລາຍລະອຽດດັ່ງນີ້: ລະດົມການຊຸກຍູ້ຈາກ ພະນັກງານ-ຄູອາຈານ ພາຍໃນຂະແຫນງສຶກສາ ແລະ ກິລາ 10.000 ກີບ/ຄົນ ລະດົມການຊຸກຍູ້ຈາກ ຜູ້ປົກຄອງນັກຮຽນທັງ ພາກລັດ ແລະ ພາກເອກະຊົນ ຕາມຄວາມສະຫມັກໃຈ ລະດົມການຊຸກຍູ້ຈາກ ຜູ້ປະກອບການໂຮງຮຽນພາກເອກະຊົນ; ຜູ້ປະກອບການຫົວຫນ່ວຍທຸລະກິດກິລາ ພາຍໃນນະຄອນ ຫຼວງວຽງຈັນ ຕາມຄວາມສະຫມັກໃຈ

• ສໍາລັບການມອບການຊຸກຍູ້ແມ່ນມອບໃຫ້ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນດັ່ງນັ້ນ, ຈຶ່ງໄດ້ເຮັດແຈ້ງການສະບັບນີ້ມາຍັງທ່ານໄດ້ຮັບຊາບ ແລະ ພ້ອມກັນຮ່ວມມື ສະຫນັບສະຫນູນງານດັ່ງກ່າວ ໃຫ້ໄດ້ຮັບຫມາກຜົນຢ່າງຈົບງາມ.

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...