spot_img
Homeຂ່າວຕ່າງປະເທດນາຍົກກຳປູເຈຍຕິດໂຄວິດ ຍົກເລີກເຂົ້າຮ່ວມກອງປະຊຸມ G20 ແລະ APEC

ນາຍົກກຳປູເຈຍຕິດໂຄວິດ ຍົກເລີກເຂົ້າຮ່ວມກອງປະຊຸມ G20 ແລະ APEC

Published on

ສຳນັກຂ່າວກຳປູເຈຍ The Phnom Penh Post ໄດ້ລາຍງານວ່າ: ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີຂອງກຳປູເຈຍ ໄດ້ເປີດເຜີຍວ່າ ລາວມີຜົນກວດໂຄວິດ-19 ເປັນບວກທີ່ອິນໂດເນເຊຍ ນັ້ນຫຼາຍຄວາມວ່າລາວໄດ້ຕິດໂຄວິດ ເຊິ່ງລາວມີກຳນົດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນຖານະປະທານອາຊຽນ.

ທ່ານ ຮຸນ ເຊນ ລະບຸວ່າ ກ່ອນອອກຈາກກຳປູເຈຍ ລາວກໍໄດ້ກວດໂຄວິດ-19 ຢູ່ຕະຫຼອດ ແລະ ພາຍຫຼັງອອກປະເທດ ລາວກໍໄດ້ກວດຫາເຊື້ອໂຄວິດຢ່າງຮີບດ່ວນ ຜົນປາກົດວ່າເປັນລົບ ແລະ ກໍບໍ່ຮູ້ວ່າຕິດເຊື້ອຕອນໃດ ເຊິ່ງຕອນນີ້ກໍບໍ່ມີອາການຜິດປົກກະຕິ.

ໃນວັນທີ 14 ພະຈິກນີ້ ທ່ານ ຮຸນ ເຊນ ໄດ້ມີນັດພົບປະກັບ ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ເຊິ່ງເປັນກິດຈະກຳໃນການປະຊຸມສຸດຍອດ G20 ແຕ່ ທ່ານ ຮຸນ ເຊນ ກໍບໍ່ສາມາດເຂົ້າຮ່ວມໄດ້.

ທັ້ງນີ້ ເພື່ອຄວາມປອດໄພສຳລັບຜູ້ອື່ນ ທ່ານ ຮຸນເຊນ ພ້ອມຄະນະຜູ້ແທນ ໄດ້ຕັດສິນໃຈເດີນທາງກັບກຳປູເຈຍ ແລະ ມອບຕຳແໜ່ງປະທານອາຊຽນໃຫ້ອິນໂດເນເຊຍ ສຳລັບກອງປະຊຸມສຸດຍອດ ເພາະອິນໂດເນເຊຍເປັນປະທານອາຊຽນຄົນຕໍ່ໄປ.

ນອກຈາກນີ້ ໃນວັນທີ 18 ພະຈິກ ຜູ້ນຳກຳປູເຈຍຈະເຂົ້າຮ່ວມຢ່າງບໍ່ເປັນທາງການໃນຜູ້ນຳອາຊຽນ-ອາຊີປາຊີຝິກ  (APEC) ຄັ້ງທີ 29 ທີ່ປະເທດໄທ  ແຕ່ຂະນະນີ້ ທ່ານຮຸນ ເຊນ ກໍໄດ້ຍົກເລີກແລ້ວ ໂດຍລາວໄດ້ກ່າວວ່າ ຍັງຈະເຮັດວຽກຕໍ່ໄປ ໂດຍການປະຊຸມແບບໂຕຕໍ່ໂຕໄດ້ຍົກເລີກ.

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...