Homeຂ່າວຕ່າງປະເທດເຫດລະເບີດທີ່ເມືອງອິສຕັນບູ ເສຍຊີວິດ 6 ຄົນ

ເຫດລະເບີດທີ່ເມືອງອິສຕັນບູ ເສຍຊີວິດ 6 ຄົນ

Published on

ເກີດເຫດລະເບີດທີ່ເມືອງອິສຕັນບູ ເປັນເຫດໃຫ້ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຫຼາຍກວ່າ 81 ຄົນ.

ວັນທີ 13 ພະຈິກ 2022 ເກີດເຫດລະເບີດທີ່ເມືອງອິສຕັນບູ ປະເທດຕວກກີ ພາຍຫຼັງເກີດເຫດລະເບີດບໍລິເວນຖະໜົນ ອິດສະຫຼະພາບ (Istiklal Avenue) ຖະໜົນຄົນເດີນ ເຊິ່ງເປັນແຫຼ່ງທີ່ຜູ້ຄົນມັກມາທ່ອງທ່ຽວ ແລະ ຊື້ເຄື່ອງ ທີ່ສຳຄັນຂອງຕວກກີ ການລະເບີດໃນຄັ້ງນີ້ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຢ່າງໜ້ອຍ 81 ຄົນ.

ເຈົ້າເມືອງຂອງອິສຕັນບູ ໄດ້ລະບຸວ່າ ເຫດເກີດປະມານ 16:20 ໂມງ ຂອງວັນອາທິດ ທີ 13 ພະຈິກ ຕາມເວລາທ້ອງຖິ່ນ.

ທ່ານ ຟູອັດ ອັອກທາຍ ຮອງປະທານາທິບໍດີ ອອກມາຖະແຫຼງວ່າ ເຫດການນີ້ຄາດວ່າເປັນການກໍ່ການຮ້າຍ ເຊິ່ງຄິດວ່າຜູ້ຍິງຄົນໜຶ່ງໄດ້ຜູ້ຈູດສະນວນລະເບີດ ເຖິງໃຜກໍຕາມທີ່ເບື້ອງຫຼັງເຫດການນີ້ ເຈົ້າໜ້າທີ່ຈະຕາມນຳຈັບໂຕໃຫ້ເຖິງທີ່ສຸດ.

ລັດຖະມົນຕີກະຊວງຍຸດຕິທຳຕວກກີ ບອກວ່າ ມີພາບກ້ອງວົງຈອນປິດທີ່ສະແດງໃຫ້ເຫັນເຖິງ ຜູ້ຍິງຄົນໜຶ່ງໄດ້ມານັ່ງຢູ່ບໍລິເວນນັ້ນປະມານ 40 ນາທີ ແລ້ວລຸກໜີໂດຍຖິ້ມກະເປົາ ແລະ ຖົງປລາສະຕິກໄວ້ ຫຼັງຈາກນັ້ນບໍ່ເທົ່າໃດນາທີກໍ່ເກີດເຫດລະເບີດ.

ແຫຼ່ງຂ່າວຈາກ ABC Australia News

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...