spot_img
Homeຂ່າວຕ່າງປະເທດນາຍົກກຳປູເຈຍມອບໂມງທີ່ລະລຶກໃຫ້ແກ່ສະມາຊິກໃນກອງປະຊຸມສຸດຍອດອາຊຽນ

ນາຍົກກຳປູເຈຍມອບໂມງທີ່ລະລຶກໃຫ້ແກ່ສະມາຊິກໃນກອງປະຊຸມສຸດຍອດອາຊຽນ

Published on

ທ່ານ ຮຸນແຊນ ນາຍົກລັດຖະມົນຕີຂອງກຳປູເຈຍ ກຽມມອບໂມງສາຍແຂນສຸດຫຼູຫຼາ ທີ່ຜະລິດຢ່າງປາໜີດໃນປະເທດ ເພື່ອເປັນເຄື່ອງທີ່ລະລຶກໃຫ້ແກ່ບັນດາຜູ້ນຳນາໆຊາດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ທີ່ນະຄອນພະນົມເປັນໃນອາທິດນີ້.

ວັນທີ 10 ພະຈິກ ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ ທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ  ຈະມອບໂມງສາຍແຂນເປັນຂອງຂວັນທີ່ລະລຶກໃຫ້ກັບບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນນະຄອນຫຼວງພະນົມເປັນ ລະຫວ່າງ 10-13 ພະຈິກ.

ໂດຍທ່ານ ທ່ານ ຮຸນແຊນ ໄດ້ອອກມາໂພສຮູບພາບທາງເຟສບຸກ ກ່ຽວກັບໂມງສາຍແຂນ ລຸ້ນໃໝ່ທີ່ຜະລິດມາພຽງ 25 ອັນ ເຊິ່ງໂຕໜ່ວຍໂມງນັ້ນໄດ້ສະລັກຄຳວ່າ “ASEAN Cambodia 2022” ແລະ  “Made in Cambodia”.

ການມອບໂມງສາຍແຂນຄັ້ງນີ້ ເປັນສ່ວນໜຶ່ງຂອງການພັດທະນາດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງກຳປູເຈຍ ເນື່ອງຈາກຜະລິດ ແລະ ປະກອບໂດຍຊ່າງຂອງກຳປູເຈຍທັ້ງໝົດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...