Homeຂ່າວພາຍ​ໃນແຂວງຈຳປາສັກສັ່ງປິດຮ້ານເກມອອນລາຍໃນຂອບເຂດນະຄອນປາກເຊ

ແຂວງຈຳປາສັກສັ່ງປິດຮ້ານເກມອອນລາຍໃນຂອບເຂດນະຄອນປາກເຊ

Published on

ຕອນເຊົ້າຂອງວັນທີ 9 ພະຈິກ 2022 ນີ້ ຄະນະສະເພາະກິດຂັ້ນແຂວງຈຳປາສັກ ເຊິ່ງນໍາໂດຍ ທ່ານ ວິໄລ ແກ້ວມະນີໄລ ກໍາມະການພັກແຂວງ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານແຂວງ ພ້ອມໜ່ວຍງານທີ່ກ່ຽວຂ້ອງ ແລະ ປ.ກ.ສ ກຸ່ມ ພາຍໃນນະຄອນປາກເຊ ລົງເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ຈາກການບໍລິການຂອງຮ້ານອິນເຕີເນັດກາເຟ, ຮ້ານເກມອອນລາຍ ແລະ ການພະນັນອອນລາຍ ຢູ່ທີ່ບ້ານຫ້ວຍເລົາ, ບ້ານດອນເຂາະ, ສະໜາມໄຊ, ບ້ານຈັດສັນຫຼັກ7 ແລະ ໂນນສະຫວ່າງ.

ເຊິ່ງໃນແຕ່ລະບ້ານ ຄະນະສະເພາະກິດຂັ້ນແຂວງ ໄດ້ກວດຄົ້ນ ແກ້ໄຂຮ້ານອິນເຕີເນດກາເຟ, ຮ້ານເກມອອນລາຍ, ຮ້ານພະນັນອອນລາຍ ເພື່ອໃຫ້ອໍານາດການປົກຄອງບ້ານ ແລະ ປ.ກ.ສ ກຸ່ມບ້ານ ໄດ້ຮັບຊາບກ່ອນຈະມີການເຄື່ອນໄຫວຕົວຈິງ.

ຜ່ານການເກັບກໍາຂໍ້ມູນຢູ່ບ້ານຫ້ວຍເລົາມີ 1 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດ 1 ຮ້ານ, ບ້ານດອນເຂາະມີ 3 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 1 ຮ້ານ ແລະ 2 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ, ບ້ານສະໜາມໄຊມີຈຳນວນ 10 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 1 ຮ້ານ, 4 ຮ້ານແມ່ນໄດ້ເຮັດບົດບັນທຶກໃນການເຄື່ອນໄຫວກິດຈະການໃຫ້ສອດຄ່ອງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 828/ປທສ ລົງວັນທີ 11 ມີນາ 2015 ແລະ ຈຳນວນ 5 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ, ບ້ານຈັດສັນຫຼັກ 7 ມີຈຳນວນ 14 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 4 ຮ້ານ, 3 ຮ້ານແມ່ນໄດ້ເຮັດບົດບັນທຶກໃນການເຄື່ອນໄຫວກິດຈະການໃຫ້ສອດຄ່ອງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 828/ປທສ ລົງວັນທີ 11 ມີນາ 2015 ແລະ ຈຳນວນ 7 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ, ບ້ານໂນນສະຫວ່າງ ມີຈຳນວນ 7 ຮ້ານໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 4 ຮ້ານແລະ ຈຳນວນ 3 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ. ຄະນະກຳມະການດັ່ງກ່າວ ຈະໄດ້ສືບຕໍ່ໃຫ້ສຳເລັດທົ່ວນະຄອນປາກເຊ ພາຍໃນວັນທີ 11 ພະຈິກຈິກ 2022 ນີ້, ພ້ອມນັ້ນກໍ່ຈະໄດ້ຈັດກອງປະຊຸມຖອດຖອນບົດຮຽນ ແລະ ລາຍງານຂັ້ນເທີງຜົນການແກ້ໄຂໃນຄັ້ງນີ້.

ແຫຼ່ງຂ່າວຈາກ Media Laos

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...