spot_img
Homeຂ່າວຕ່າງປະເທດຝຣັ່ງປະກາດໃຫ້ຕິດຕັ້ງໂຊລາເຊວໃສ່ບ່ອນຈອດລົດຂະໜາດໃຫຍ່

ຝຣັ່ງປະກາດໃຫ້ຕິດຕັ້ງໂຊລາເຊວໃສ່ບ່ອນຈອດລົດຂະໜາດໃຫຍ່

Published on

ຝຣັ່ງໄດ້ອອກກົດໝາຍບັງຄັບສະບັບໃໝ່ຂຶ້ນມາ ໃຫ້ສະຖານທີ່ຈອດລົດ ທີ່ມີສາມາດຈອດລົດໄດ້ຕັ້ງແຕ່ 80 ຄັນຂຶ້ນໄປ ຕ້ອງຕິດຕັ້ງແຜງໂຊລາເຊວເພື່ອຜະລິດໄຟຟ້າສະອາດ ແລະ ຫຼຸດຜ່ອນການໃຊ້ໄຟຟ້າຈາກນິວເຄຼຍ.

ສຳລັບສະຖານທີ່ຈອດລົດຂະໜາດ 80-400 ຄັນ ຈະຕ້ອງຕິດຕັ້ງລະບົບໂຊລາເຊວໃຫ້ສຳເລັດພາຍໃນເວລາ 5 ປີນັບຕັ້ງແຕ່ປີ 2023 ສ່ວນສະຖານທີ່ຈອດລົດຂະໜາດໃຫຍ່ກວ່ານັ້ນອີກ ແມ່ນຕ້ອງໃຫ້ຕິດຕັ້ງສຳເລັດໃຫ້ໄວກວ່າ ພາຍໃນ 3 ປີ ນັບຈາກເວລາດຽວກັນ ໂດຍການຕິດຕັ້ງແຜງໂຊລາເຊວ ຕ້ອງກວມເອົາຢ່າງໜ້ອຍເຄິ່ງໜຶ່ງຂອງສະຖານທີ່ຈອດລົດນັ້ນ.

ເປົ້າໝາຍໃນການຕິດຕັ້ງນີ້ ຈະເນັ້ນໃສ່ສະຖານທີ່ຈອດລົດແຄມທາງຫຼວງຕ່າງໆໃນຝຣັ່ງ ແລະ ຄາດຫວັງວ່າປະເທດຈະສາມາດຜະລິດໄຟຟ້າໄດ້ຫຼາຍເຖິງ 11 GW ທຽບເທົ່າໂຮງງານໄຟຟ້ານິວເຄຼຍ 10 ໂຮງ.

ແຕ່ຕາມກົດໝາຍນີ້ກໍຍັງມີຂໍ້ຍົກເວັ້ນ ໃຫ້ລານຈອດລົດບາງແຫ່ງທີ່ບໍ່ເປັນໄປຕາມເງື່ອນໄຂ.

ນອນັ້ນ ຝຣັ່ງຍັງມີແຜນຈະສ້າງໂຮງຜະລິດໄຟຟ້າພະລັງງານແສງອາທິດຂະໜາດໃຫຍ່ຕາມພື້ນທີ່ຂະໜາດໃຫຍ່ ຂ້າງທາງດ່ວນ, ຮາງລົດໄຟ ລວມເຖິງໃນເຂດກະສິກຳຕ່າງໆ.

ແຫຼ່ງຂ່າວຈາກ the guardian

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...