Homeຂ່າວຕ່າງປະເທດເກົາຫຼີເໜືອໃຊ້ເຮືອບິນຮົບ 180 ລຳ ບິນໃກ້ເຂດເກົາຫຼີໃຕ້

ເກົາຫຼີເໜືອໃຊ້ເຮືອບິນຮົບ 180 ລຳ ບິນໃກ້ເຂດເກົາຫຼີໃຕ້

Published on

ວັນທີ 4 ພະຈິກ 2022 ສຳນັກງານຄະນະເສນາທິການທະຫານຮ່ວມເກົາຫຼີໃຕ້ ໄດ້ລາຍງານວ່າ: ກວດພົບເຮືອບິນຮົບຂອງເກົາຫຼີເໜືອ ຮວມປະມານ 180 ລຳ ບິນຢູ່ຫ່າງອອກໄປປະມານ 20 ກິໂລແມັດ ຈາກເສັ້ນແບ່ງເຂດແດນທະຫານຂອງເກົາຫຼີໃຕ້ (Military Demarcation Line – MDL) ຂະນະທີ່ກອງທັບອາກາດເກົາຫຼີໃຕ້ ສົ່ງເຮືອບິນປະມານ 80 ລຳ ຮວມເຖິງເຮືອບິນຂັບໄລ່ ເອຟ-35 ຂຶ້ນເພື່ອສະກັດກັ້ນ.

ການເຄື່ອນໄຫວດັ່ງກ່າວ ຖືວ່າເປັນເທື່ອທີສອງຕໍ່ຈາກເດືອນແລ້ວນີ້ ເຊິ່ງເຮືອບິນຮົບເກົາຫຼີເໜືອປະມານ 10 ລຳ ບິນຜ່ານ ແນວເຂດຊາຍແດນ ແລະ ກອງທັບອາກາດຂອງເກົາຫຼີໃຕ້ ຕ້ອງໄດ້ສົ່ງເຮືອບິນຮົບໄປສະກັດກັ້ນ ແລະ ເກີດຂຶ້ນພາຍຫຼັງອາເມຣິກາ-ເກົາຫຼີໃຕ້ ຂະຫຍາຍເວລາການຊ້ອມຮົບທາງອາກາດຮ່ວມກັນ ພາຍໃຕ້ການປະຕິບັດການ “Vigilant Storm” ເຊິ່ງຈັດຂຶ້ນໃນວັນທີ 1-4 ພະຈິກ ໄດ້ຂະຫຍາຍໄປຮອດວັນທີ 5 ພະຈິກ.

ແຫຼ່ງຂ່າວຈາກ The Washington Post

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...