spot_img
Homeຂ່າວຕ່າງປະເທດກຳນົດເອົາ "ນາກ" ເປັນເອກະລັກປະຈຳຊາດຂອງໄທ ປະເພດສັດໃນຕຳນານ

ກຳນົດເອົາ “ນາກ” ເປັນເອກະລັກປະຈຳຊາດຂອງໄທ ປະເພດສັດໃນຕຳນານ

Published on

ໃນວັນທີ 1 ພະຈິກ 2022 ຮອງໂຄສົກປະຈຳສຳນັກງານນາຍົກຂອງປະເທດໄທ ໄດ້ເປີດເຜີຍພາຍຫຼັງກອງປະຊຸມຄະນະລັດຖະມົນຕີວ່າ ໄດ້ເຫັນດີໃຫ້ “ພະຍານາກ” ເປັນເອກະລັກປະຈຳຊາດປະເພດສັດໃນຕຳນານ ເຊິ່ງເປັນການປະກາດໃນຮູບແບບສັນຍະລັກ ເພື່ອສ້າງໃຫ້ເກີດການຮຽນຮູ້ປະຫວັດສາດ ເອກະລັກ ແລະ ວັດທະນາທຳຂອງປະເທດ ຍັງເປັນການຕໍ່ຍອດໃຫ້ມີອຳນາດ ໃນການນຳທຶນດ້ານວັດທະນະທຳ ມາຊຸກຍູ້ເສດຖະກິດໃຫ້ສ້າງສັນ ເພີ່ມມູນຄ່າທາງເສດຖະກິດ ແລະ ນຳລາຍໄດ້ເຂົ້າປະເທດ.

ພະຍານາກ ໃນຄວາມເຊື່ອຂອງປະເທດໄທ ແມ່ນກ່ຽວພັນກັບວີຖີຊີວິດຂອງຄົນໄທ ສະທ້ອນເຖິງຕຳນານ ແລະ ຄວາມເຊື່ອມາແຕ່ອະດີດ ສື່ອອກມາຜ່ານທາງຂະນົບທຳນຽມປະເພນີ ສິລະປະ ວັດທະນາທຳ ພິທີກຳຕ່າງໆ ມາຈົນຮອດປັດຈຸບັນ.

ສຳລັບພາບຕົ້ນແບບ ຂອງພະຍານາກ ເປັນເອກະລັກປະຈຳຊາດ ປະເພດສັດໃນຕຳນານ ທາງຄະນະກຳມະການວັດທະນາທຳແຫ່ງຊາດ ໄດ້ມອບໃຫ້ກົມສິລິປະກອນ ດຳເນີນຮ່າງພາບຕົ້ນແບບພະຍານາກ.

ແຫຼ່ງຂ່າວຈາກ ກຸງເທບທຸລະກິດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...