spot_img
Homeຂ່າວພາຍ​ໃນລົດໄຟຈີນ-ລາວ ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຄົບທຸກສະຖານີແລ້ວ!

ລົດໄຟຈີນ-ລາວ ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຄົບທຸກສະຖານີແລ້ວ!

Published on

ວັນທີ 1 ພະຈິກ 2022, ສະຖານີເມືອງໄຊເປີດດຳເນີນທຸລະກຳຂົນສົ່ງສິນຄ້າຢ່າງເປັນທາງການ, ອັນເປັນຂີດໝາຍວ່າສະຖານີຂົນສົ່ງສິນຄ້າທາງລົດໄຟຈີນ-ລາວ ໄດ້ເປີດໃຫ້ບໍລິການຄົບທຸກສະຖານີແລ້ວ, ເຊິ່ງທັງໝົດມີ 7 ແຫ່ງຄື:ສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ, ສະຖານີນາເຕີຍ ແລະ ສະຖານີເມືອງໄຊ, ເປັນການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຊ່ວຍຊຸກຍູ້ເສດຖະກິດທ້ອງຖິ່ນ ແລະ ພາກພື້ນ.


ສະຖານີເມຶອງໄຊ ຕັ້ງຢູ່ແຂວງອຸດົມໄຊ ໃຈກາງແຫ່ງທາງພາກເໜືອຂອງລາວ,ເປັນທັງສະຖານີຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ, ມີເນື້ອທີ່ທັງໝົດ 4.582 ຕາແມັດ; ຄວາມຍາວຂອງລາງຂົນສົ່ງສິນຄ້າພາຍໃນສະຖານີແມ່ນ 367 ແມັດ, ເຮັດວຽກໄດ້ສູງສຸດ 12 ຕູ້ລົດ; ມີລາງຮັບສົ່ງລົດໄຟ 3 ລາງ.

ປະຈຸບັນ, ພະນັກງານຄຸ້ມຄອງ ແລະ ພະນັກງານປະຕິບັດການຂອງສະຖານີຂົນສົ່ງສິນຄ້າແມ່ນມີຄວາມພ້ອມໃນການໃຫ້ບໍລິການແລ້ວ ແລະ ອຸປະກອນການບັນທຸກ, ເຄື່ອງຊັ່ງນໍ້າໜັກລົດບັນທຸກ, ເຄື່ອງເຕີມນໍ້າມັນ ແລະ ອື່ນໆກໍໄດ້ກຽມພ້ອມແລ້ວ ຕອບສະໜອງເງື່ອນໄຂການເປີດດຳເນີນທຸລະກຳຂົນສົ່ງສິນຄ້າໄດ້ຢ່າງຄົບຖ້ວນ.
ໃນດ້ານການຂົນສົ່ງສິນຄ້າ, ສະຖານີຂົນສົ່ງສິນຄ້າເມືອງໄຊຫຼັກໆແມ່ນດຳເນີນການຮັບສົ່ງຕູ້ຄອນເທນເນີ, ໃນເບື້ອງຕົ້ນຂອງການເປີດບໍລິການ, ຕົ້ນຕໍແມ່ນຊ່ວຍຊຸກຍູ້ການສົ່ງອອກຜົນຜະລິດ, ຜະລິດຕະພັນກະສິກຳ, ພືດພັນທົດແທນ ແລະ ແຮ່ໂລຫະເປັນຕົ້ນ.
ສຳລັບສາຍດ່ວນຕິດຕໍ່ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ
ສະຖານີວຽງຈັນໃຕ້ 021-891259
ສະຖານີວັງວຽງ 021-891199
ສະຖານີນາເຕີຍ 021-891039
ສະຖານີຫຼວງພະບາງ 021-891129
ສະຖານີໂພນໂຮງ 021-891229
ສະຖານີກາສີ 021-891149
ສະຖານີເມືອງໄຊ 021-891169

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...