Homeຂ່າວທ້ອງຖິ່ນຕະຫຼາດກາງຄືນ ຫຼວງພະບາງ ກຽມຈັດສັນຮູບແບບການຂາຍສິນຄ້າ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ

ຕະຫຼາດກາງຄືນ ຫຼວງພະບາງ ກຽມຈັດສັນຮູບແບບການຂາຍສິນຄ້າ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ

Published on

ອາທິດຜ່ານມານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການ ນະຄອນ ຫຼວງພະບາງ ໄດ້ຈັດປຶກສາຫາລືການວາງສະແດງ ແລະຂາຍສິນຄ້າໃນຮູບແບບໃໝ່ ພາຍໃນຕະຫຼາດກາງຄືນ ເພື່ອໃຫ້ມີຄວາມສະດວກ ຕໍ່ຜູ້ບໍລິການ ແລະນັກທ່ອງທ່ຽວ, ໂດຍເປັນປະທານຂອງ ທ່ານ ຄຳປະສົງ ດິດຍະວົງ ຮອງເຈົ້ານະຄອນ ຫຼວງພະບາງ, ມີ ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ຫ້ອງການ ແລະຫົວໜ່ວຍກິດຈະການຄ້າຂາຍສີນຄ້າ ພາຍໃນຕະຫຼາດກາງຄືນ ເຂົ້າຮ່ວມ.

ພິທີ ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນ ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ຕະຫຼາດກາງຄືນ ໄດ້ສ້າງຕັ້ງຂື້ນ ໃນວັນທີ 28 ທັນວາ 2002 ໂດຍເປີດກວ້າງໃຫ້ປະຊາຊົນບັນດາເຜົ່າ ນໍາເອົາສິນຄ້າປະເພດຫັດຖະກໍາ ທີ່ສະແດງເຖີງເອກະລັກ ສີໄມ້ລາຍມືທີປານີດ ຂອງປະຊາຊົນບັນດາເຜົ່າ ຊາວຫຼວງພະບາງ ມາວາງຂາຍເປັນລ໊ອກ, ໂດຍຈັດເປັນສອງແຖວ ສ້າງຄວາມສະດວກ ແລະສ້າງຄວາມປະດັບໃຈໃຫ້ກັບແຂກທັງພາຍໃນ ແລະຕ່າງປະເທດ ທີ່ໄດ້ມາທ່ຽວຊົມ, ທັງມີຫຼາຍປະເທດ, ຫຼາຍແຂວງ, ຫຼາຍເມືອງ ມາຖອດຖອນເອົາບົດຮຽນໄປຈັດຕັ້ງປະຕິບັດ. ປັດຈຸບັນຕະຫຼາດກາງຄືນໄດ້ ມີຫຼາຍພາກສ່ວນເຂົ້າມາຄ້າຂາຍ ແລະມີການຂະຫຍາຍຕົວເພີ້ມ ຂື້ນຈິ່ງຈັດສັນບ່ອນຂາຍເປັນ 4 ແຖວ, ໃນນັ້ນ 2 ແຖວຕັ້ງຢູ່ກາງເສັ້ນທາງສີສະຫວ່າງວົງ ແລະອີກ 2 ແຖວ ໄດ້ຈັດສັນໃສ່ ທາງຍ່າງທັງສອງຂ້າງ ລວມມີຮ້ານຂາຍເຄື່ອງທັງໝົດໝົດ 853 ຮ້ານ, ເຫັນວ່າມີຄວາມແອອັດຫຼາຍ ທັງບໍ່ມີຄວາມບໍ່ເປັນລະບຽບ-ຮຽບຮ້ອຍ.

ຈາກສະພາບການທີ່ເກີດຂື້ນ ການນໍາຂອງແຂວງ ກໍ່ຄືນະຄອນ ຫຼວງພະບາງ ໄດ້ຖືເອົາໄລຍະການລະບາດຂອງພະຍາດໂຄວິດ 19 ປັບປຸງຕະຫຼາດກາງຄືນໃໝ່, ເພື່ອໃຫ້ເປັນຕະຫຼາດຕົວແບບຂອງພາກພື້ນ ເພື່ອດຶງດູດນັກທ້ອງທ່ຽວພາຍໃນ ແລະຕ່າງປະເທດໃຫ້ ຫຼາຍຂື້ນ ແລະປົກປັກຮັກສາໄດ້ ເມືອງມໍລະດົກໂລກໃຫ້ ຄົງຄຸນຄ່າ, ໂດຍຜ່ານການຄົ້ນຄວ້າດ້ວຍຄວາມເປັນເອກະພາບ ກ້າວໄປສູ່ການອອກຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະຮັບຮອງຈາກສະພາປະຊາຊົນແຂວງ ຕາມລະບຽບ-ກົດຫມາຍ, ໃນນັ້ນ ຈະຈັດຈຸດນັ່ງຂາຍສີນຄ້າເປັນລ໋ອກລວມ 2 ແຖວປີ່ນຫຼັງໃສ່ກັນ ເລີ້ມແຕ່ຫນ້າສະຖານີວິທະຍຸກະຈາຍສຽງ ແຂວງຫຼວງພະບາງ ຫາ 3 ແຍກບ້ານຈຸມຄ້ອງ ເຊີ່ງສາມາດຮອງຮັບໄດ້ທັງຫມົດ 443 ຮ້ານ ໂດຍຈະໃຫ້ຜູ້ປະກອບການທັງ 853 ຮ້ານ ໄດ້ນັ່ງຂາຍຜັດປ່ຽນກັນເປັນແຕ່ລະມື້ ເພື່ອຄວາມເປັນເອກະພາບ ແລະຮັບປະກັນໃຫ້ຜູ່ປະກອບການມີລາຍຮັບ ຄືໄລຍະຜ່ານມາ, ພ້ອມນັ້ນໄດ້ແຍກເປັນ 3 ປະເພດສິ້ນຄ້າຄື: ຜ້າໄຫມລາວ ມີ 339 ຮ້ານ, ຫັດຖະກໍາທົ່ວໄປ 242 ຮ້ານ, ເຄື່ອງຫັດຖະກໍາເຜົ່າມົ້ງ 272 ຮ້ານ, ທັງກຳນົດເຕັ້ນໃຫ້ເປັນສີດຽວກັນ ຂະຫນາດຍາວ 2 ແມັດ ກວ້າງ 1 ແມັດ 60 ຊັງຕີແມັດ.
ຂ່າວ: ສົມພອນ ນະຄອນ ຫຼວງພະບາງ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...