spot_img
Homeນານາສາລະລົບຮອຍຂີດ ເທິງໜ້າຈໍໂທລະສັບດ້ວຍ ຢາສີແຂ້ວ

ລົບຮອຍຂີດ ເທິງໜ້າຈໍໂທລະສັບດ້ວຍ ຢາສີແຂ້ວ

Published on

187418

ປະຈຸບັນ​ນີ້​ຫລາຍ​ຄົນ​ນິຍົມ​ໃຊ້​ໂທລະ​ສັບ​ມື​ຖື ​ແລະ ​ແທັບ​ເລັດ​ແບບ​ໜ້າ​ຈໍ​ສຳ​ຜັດ ແນ່ນອນ​ວ່າ​ບັນຫາ​ທີ່​ມັກ​ພົບ​ເຈີ​ເປັນ​ປະຈຳ​ນັ້ນ​ກໍ​ຄື “ຮອຍ​ຂີດຫວ້າຍ” ເທິງ​ໜ້າ​ຈໍ​ນັ້ນ​ເອງ ວິທີ​ປ້ອງ​ກັນ​ງ່າຍໆ ທີ່​ຫລາຍ​ຄົນ​ມັກ​ເຮັດ​ກັນ​ກໍ​ຄື ຕິດ​ຟີມກັນ​ຮອຍ ຫລື ​ບໍ່​ກໍ​ຫາ​ເຄດ​ໂທລະ​ສັບ ຫລື ​ເຄດ​ແທັບ​ເລັດ​ມາ​ໃສ່​ເພື່ອ​ປ້ອງ​ກັນ​ບັນຫາ ແຕ່​ຮູ້​ບໍ່​ວ່າ​ອີກ​ສິ່ງ​ໜຶ່ງ​ທີ່​ສາມາດ​ຊ່ວຍ​ລົບ​ຮອຍ​ຂີດ​ໄດ້​ນັ້ນ​ກໍ​ຄື “ຢາ​ສີ​ແຂ້ວ” ນັ້ນ​ເອງ

ວິທີ​ການ​ໃຊ້​ກໍໍບໍ່​ຍາກ ພຽງ​ແຕ່ນຳ​ຜ້າ​ນຸ່ມໆ ຜືນ​ນ້ອຍ​ໆ ຫລື​ ສຳ​ລີ​ແຜ່ນ​ມາແລ້ວ​ບີບ​ຢາ​ສີ​ແຂ້ວ​ລົງ​ໄປ​ເລັກນ້ອຍ ຈາກ​ນັ້ນ​ນຳ​ໄປ​ຂັດ​ຖູ​ບໍລິເວນ​ໜ້າ​ຈໍ​ທີ່​ມີ​ຮອຍ​ຂີດ​ ແລ້ວ​ເຊັດ​ອອກ​ໃຫ້​ສະ​ອາດ ຮອຍ​ຂີດ​ຂ່ວນ​ກໍ​ຈະ​ຈາງ​ຫາຍ​ໄປ​ທັນ​ທີ​ເລີຍ ເຫດຜົນ​ທີ່​ຢາ​ສີ​ແຂ້ວ​ຊ່ວຍ​ລຸດ​ຮອຍ​ຂີດ​ໄດ້​ກໍ​ເພາະ​ວ່າ ໃນ​ຢາ​ສີ​ແຂ້ວ​ມີ​ສານ Abrasives ຊຶ່ງ​ເປັນ​ສານ​ທີ່​ໃຊ້​ຂັດ​ພື້ນ​ຜິວ​ໃຫ້​ລຽບ​ນຽນ ອີກ​ທັງ​ຢາ​ສີ​ແຂ້ວ​ຍັງມີ​ຟູອອໄລ ຊຶ່ງ​ເປັນ​ສານ​ເຄືອບ​ແຂ້ວ ມັນ​ຈຶ່ງ​ສາມາດ​ເຄືອບ​ເຮັດໃຫ້​ໜ້າ​ຈໍ​ລຽບ​ນຽນ​ຂຶ້ນ​ໄດ້

ວີ​ທີ​ນີ້​ສາມາດ​ໃຊ້​ໄດ້​ດີ​ກັບ​ໜ້າ​ຈໍ​ພາ​ສຕິ​ກ ແລະ​ ໃຊ້​ໄດ້​ກັບ​ທັງ​ມື​ຖື,ແທັບ​ເລັດ, ໜ້າ​ປັດ​ໂມງ ຫລື​ ໜ້າ​ຈໍ​ກ້ອງ​ດິ​ຈິ​ຕອນກໍ່ໄດ້

187419

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...