spot_img
Homeຄວາມງາມຜົມ​ດັດເບິ່ງແຍງ​ໄດ້​ດ້ວຍ​ມື​ທ່ານ

ຜົມ​ດັດເບິ່ງແຍງ​ໄດ້​ດ້ວຍ​ມື​ທ່ານ

Published on

01_51

             ມື້​ນີ້ ຈະ​ຂໍ​ເອົາ​ໃຈ​ສາວໆ ທີ່​ມັກ​ເຮັດ​ຜົມ​ດັດ ດ້ວຍ​ການ​ນຳ​ເຄັດ​ລັບ​ໃນ​ການ​ເບິ່ງແຍງ​ຜົມ​ດັດ​ມີ​ສຸກຂະພາບ​ງາມ​ເງົາ​ງາມ​ມາ​ຝາກ​ກັນ ທີ່​ສຳຄັນ​ສາມາດ​ເຮັດ​ເອງ​ໄດ້​ທີ່​ບ້ານ​ງ່າຍໆ
1.ຫລັງ​ຈາກ​ທີ່​ດັດ​ຜົມ​ແລ້ວ ຄວນ​ປະໄວ້ 48 ຊົ່ວ​ໂມງ ກ່ອນ​ສະ​ດ້ວຍຢາຊະຫົວ ​ແລະ ​ຄີມ​ນວດ​ສຳລັບ​ຜົມ​ດັດ
2.ຫລັງ​ສະ​ຜົມ​ຄວນ​ເຊັດ​ໃຫ້​ແຫ້ງ ເພາະ​ການ​ປ່ອຍ​ໃຫ້​ຜົມ​ປຽກ​ຈະ​ເຮັດໃຫ້​ຜົມ​ຍືດ​ຕົວ​ໄດ້
3.ເວລາ​ແປງ​ຜົມ​ໃຫ້​ໃຊ້​ຫວີ​​ຫ່າງ ຫລື ​ພຽງ​ໃຊ້​ປາຍ​ນິ້ວ​ມື​ໃນ​ການ​ຈັດ​ຊົງ​ໃຫ້​ເຂົ້າ​ທີ່​ເຂົ້າ​ທາງ ກໍ​ພຽງ​ພໍ​ແລ້ວ​
4. ຫລີກ​ລ້ຽງ​ການ​ໃຊ້​ຄວາມ​ຮ້ອນ​ກັບ​ຜົມ​ດັດ ເພາະ​ຈະ​ຍິ່ງ​ເຮັດໃຫ້​ຜົມ​ແຫ້ງ ແລະ ​​ຟູ
5.ຖ້າ​ບໍ່​ຕ້ອງ​ການ​ໃຫ້​ຜົມ​ຟູ ຄວນ​ໃສ່​ເຊ​ລ່ຳ ຫລື​ ນ້ຳມັນ​ຕົກ​ແຕ່ງ​ຊົງ​ຜົມ ສຳລັບ​ຜົມ​ດັດ​ໂດຍ​ສະເພາະ
6.ສຳລັບ​ຜົມ​ລອນ​ໃຫຍ່​ທີ່​ຈັດ​ຊົງ​ຢາກ ໃຫ້​ໃຊ້​ມູ​ດ​ໃສ່​ຜົມ​ທີ່​ປຽກ​ໝາດໆ ແລ້ວ​ແບ່ງ​ເປັນ​ຊໍ່​ຈາກ​ນັ້ນ​ມ້ວນ​ຜົມ​ດ້ວຍ​ໂລມວນຜົນຂະໜາດ​ໃຫຍ່ ປະໄວ້​ຈັດ​ແຫ້ງ ແກະ​​ອອກ​ແລ້ວ​ໃຊ້​ມືຈັດ​ຊົງ​ຕາມ​ຕ້ອງ​ການ​ໄດ້​ເລີຍ

 

 

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...