spot_img
Homeຂ່າວພາຍ​ໃນແຂວງບໍລິຄຳໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ ຈັບເປົ້າໝາຍມາດຳເນີນຄະດີໄດ້ 503 ຄົນ

ແຂວງບໍລິຄຳໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ ຈັບເປົ້າໝາຍມາດຳເນີນຄະດີໄດ້ 503 ຄົນ

Published on

ແຂວງບໍລິຄໍາໄຊ ເປັນແຂວງໜຶ່ງທີ່ມີການລະບາດຂອງຢາເສບຕິດ ເຮັດໃຫ້ເກີດບັນຫາປະກົດການ ຫຍໍ້ທໍ້ຕ່າງໆພາຍໃນແຂວງຕາມມາ ເພື່ອແກ້ໄຂຫນໍ່ແໜງຄວາມບໍ່ສະຫງົບ, ຄະນະນໍາແຂວງ ຈຶ່ງມອບໝາຍ ໃຫ້ກໍາລັງປ້ອງກັນຄວາມສະຫງົບສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນດັ່ງກ່າວຢ່າງຈິງຈັງ ແລະ ເຂັ້ມງວດ ເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບ.

ພ້ອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກ່າວວ່າ: ຢາເສບຕິດໄດ້ສ້າງ ຜົນຮ້າຍເປັນໄພອັນຕະລາຍທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມ; ຜ່ານມາແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບຈາກການລະບາດຂອງຢາເສບຕິດ ພາໃຫ້ເກີດມີປະກົດການຫຍໍ້ ທໍ້ໃນສັງຄົມ ເປັນຕົ້ນບັນຫາຂີ້ລັກງັດແງະ, ຊິງ ຊັບ, ປຸ້ນຊັບ, ນັກເລງອັນຕະພານ, ກິນຫຼິ້ນຟຸມເຟືອຍ ແລະ ອື່ນໆ; ໃນ 1 ປີຜ່ານມາ, ເຈົ້າໜ້າທີ່ໄດ້ເອົາໃຈໃສ່ປະຕິບັດຜັນຂະຫຍາຍວາລະແຫ່ງຊາດວ່າດວ້ຍການແກ້ໄຂ ບັນຫາຢາເສບຕິດ ແລະ ໄດ້ລົງໂຄສະນາເຜີຍແຜ່ເອກະສານ, ກົດໝາຍວ່າດ້ວຍຢາເສບຕິດ, ສາຍສາລະຄະດີ ກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ເພື່ອປູກຈິດສໍານຶກໃຫ້ປະຊາຊົນ, ຊາວໜຸ່ມ-ແມ່ຍິງ, ນັກຮຽນ, ນັກສຶກສາໃຫ້ເຂົ້າໃຈເຖິງຜົນກະທົບຂອງຢາເສບຕິດທີ່ມີຕໍ່ຜູ້ຄ້າ-ຂາຍ, ຜູ້ຂົນສົ່ງ, ຜູ້ຄອບຄອງ ແລະ ຜູ້ເສບ, ຜົນສະທ້ອນຕໍ່ຄອບຄົວ ແລະ ສັງຄົມ, ຜ່ານມາໄດ້ລົງເຜີຍແຜ່ຈໍານວນ 234 ຄັ້ງ, ມີຜູ້ເຂົ້າຮ່ວມ 12.953 ຄົນ ຍິງ 5.800 ຄົນ ແລະ ອອກຂ່າວທາງຊື່ອອນລາຍ 65 ຄັ້ງ.

ຄຽງຄູກັນນັ້ນ ຍັງສຸມໃສ່ວຽກງານສະກັດກັ້ນ ແລະ ແກ້ໄຂ້ບັນຫາຢາເສບຕິດ ສາມາດມ້າງຄະດີໄດ້ ທັງຫມົດ 327 ເລື່ອງ, ຈັບຜູ້ຖືກຫາໄດ້ 503 ຄົນ ຍິງ 41 ຄົນ, ຕ່າງປະເທດ 6 ຄົນ; ຢຶດຂອງກາງຢາເສບຕິດ ປະເພດຢາບ້າ 250.158 ເມັດ, ຝຸ່ນ 500 ກຼາມ, ເຮໂຣອິນ 9 ແທ່ງ ນໍ້າຫນັກ 5,5 ກິໂລກຼາມ, ຢາໄອສ໌ 110 ກິໂລກຼາມ, ກັນຊາແຫ້ງ 3.722 ກິໂລກຼາມ, ກາເຟຊອງປະສົມສານເສບຕິດ 783 ຊອງ, ກະເຟປ໋ອງ ປະສົມສານເສບຕິດ 87 ປ່ອງ, ລົດໃຫ່ຍ 10 ຄັນ, ລົດຈັກ 44 ຄັນ, ປືນສັ້ນ 2 ກະບອກ, ລູກປືນ AK ຈໍາ ນວນ 2 ລູກ, ລູກປືນ K44 ຈໍານວນ 7 ລູກ, ປືນປະດິດຍີງດ້ວຍລູກຕະປູກ 1 ກະບອກ, ປືນແກ໊ບ 1 ກະບອກ; ຈາກຄະດີ ທີ່ແກ້ໄຂໄດ້ ພວກເຮົາສົ່ງສໍານວນຄະດີໃຫ້ໄອ ຍະການຟ້ອງສານຕັດສິນ ຈໍານວນ 233 ເລືອງ, ມີຜູ້ຖືກຫາ 290 ຄົນ ຍິງ 18 ຄົນ, ຢາບ້າ 408.060 ເມັດ, ເຮໂຣອິນ 600 ແທ່ງ ນໍ້າຫນັກ 231 ກິໂລກຼາມ, ຢາໄອສ໌ 35 ກິໂລກຼາມ, ກັນຊາ 1.752 ກິໂລກຼາມ, ປືນແກ໊ບ 6 ກະບອກ, ລົດໃຫ່ຍ 9 ຄັນ ແລະ ລົດຈັກ 18 ຄົນ.

ນອກຈາກນີ້, ໃນວັນທີ 12 ຕຸລາ 2022 ແຂວງບໍລິຄໍາໄຊ ກໍໄດ້ຈັດພິທີຈູດຢາເສບຕິດຂຶ້ນ ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີການນໍາຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຢາເສບຕິດທີ່ນໍາມາຈູດໃນຄັ້ງນີ້ ລວມມີ: ຢາບ້າຈໍານວນ 3.209.928 ເມັດ, ຢາໄອສ໌ 35 ກິໂລກຼາມ, ກັນຊາແຫ້ງ 5.602 ກິໂລກຼາມ ທີ່ເປັນຂອງກາງຄະດີ ໂດຍຜ່ານການສືບສວນ-ສອບສວນ, ດໍາເນີນຄະດີ ແລະ ຜ່ານການຕັດສິນຢ່າງຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...