spot_img
Homeຂ່າວພາຍ​ໃນຕາມຫາຍາດພີ່ນ້ອງຜູ້ເສຍຊີວິດໃນປ່າຂອງເມືອງທ່າແຂກ

ຕາມຫາຍາດພີ່ນ້ອງຜູ້ເສຍຊີວິດໃນປ່າຂອງເມືອງທ່າແຂກ

Published on

ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ໄດ້ລາຍງານວ່າ: ວັນທີ 23 ຕຸລາ 2022 ເວລາ 15:30 ນາທີ ໄດ້ພົບສົບ ເພດ ຊາຍ ເສຍຊີວິດຢູ່ພາຍໃນປ່າແຫ່ງໜຶ່ງ ບໍລິເວນຫ້ວຍກ້ານເຫຼືອງ ບ້ານກວນພະວັງ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງບໍ່ມີເອກະສານຫຍັງຕິດໂຕ ສະພາບສົບແມ່ນເສຍຊີວິດຫຼາຍວັນ.

ຜູ້ເສຍຊີວິດແມ່ນ ເພດຊາຍ ໃສ່ເສື້ອສີເທົາທາງນອກມີຄໍ ແລະ ເສື້ອສີດຳແຂນສັ້ນທາງໃນ ໂສ້ງສີຟ້າເຂັ້ມ ສູງປະມານ 1,50 ປາຍຊັງຕີແມັດ ພາຍກະເປົາສີດຳ ພ້ອມເຄື່ອງນຸ່ງຈຳນວນ 1 ສະພາບສົບເນົ່າເປື່ອຍ.

ສົບແມ່ນຢູ່ໂຮງໝໍແຂວງຄຳມ່ວນ ທ່ານໃດທີ່ຮູ້ຈັກ ແລະ ເປັນຍາດກະລຸນາຕິດຕໍ່ຫາທີມງານພວກເຮົາດ້ວຍ 020 23451624

ສົບແມ່ນກຳນົດ 3 ວັນ ຖ້າບໍ່ມີຄົນມາພົວພົນທາງກູ້ໄພຈະຊາປະນະກິດສົບ.

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...