Homeຂ່າວຕ່າງປະເທດຍີ່ປຸ່ນ ຈະໃຊ້ມາດຕະການສະກັດເງິນເຢນອ່ອນຄ່າ

ຍີ່ປຸ່ນ ຈະໃຊ້ມາດຕະການສະກັດເງິນເຢນອ່ອນຄ່າ

Published on

ລັດຖະມົນຕີກະຊວງການເງິນຂອງຍີ່ປຸ່ນ ເປີດເຜີຍວ່າ: ລັດຖະບານຍີ່ປຸ່ນ ພ້ອມດໍາເນີນມາດຕະການ “ ທີ່ເໝາະສົມ ” ເພື່ອສະກັດກັ້ນຄວາມຜັນຜວນຂອງຕະຫຼາດແລກປ່ຽນເງິນຕາ ຫຼັງຈາກທີ່ເງິນເຢນອ່ອນຄ່າລົງຕໍ່າສຸດໃນຮອບ 32 ປີ ຢູ່ທີ່ລະດັບ 149 ເຢນຕໍ່ 1 ໂດລາສະຫະລັດ ໃນວັນທີ 18 ຕຸລາ 2022.

ຄວາມຜັນຜວນທີ່ເກີດຈາກການເກງກໍາໄລ ເຊິ່ງເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້, ລັດຖະບານກໍໄດ້ເຂົ້າໄປແຊກແຊງຕະຫຼາດແລກປ່ຽນເງິນຕາ, ໂດຍລັດຖະບານຍີ່ປຸ່ນ ໄດ້ໃຊ້ເງິນ 2,84 ລ້ານລ້ານເຢນ ເທຂາຍໂດລາ ໄປຊື້ເງິນເຢນ ເມື່ອວັນທີ 22 ກັນຍາຜ່ານມາ ໂດຍຫວັງສະກັດຄ່າຂອງເງິນເຢນບໍ່ໃຫ້ອ່ອນຄ່າລົງຢ່າງໄວວາ ເຊິ່ງເປັນການແຊກແຊງຄັ້ງທໍາອິດໃນຮອບ 24 ປີ ເຊິ່ງການກະທໍາດັ່ງກ່າວໄດ້ຊ່ວຍຫຼຸດແຮງກົດດັນຕໍ່ການເທຂາຍເງິນເຢນ ແຕ່ເນື່ອງຈາກວ່າອັດຕາດອກເບ້ຍນະໂຍບາຍຂອງຍີ່ປຸ່ນ ແລະ ສະຫະລັດອາເມຣິກາ ແຕກຕ່າງກັນຫຼາຍ ຈຶ່ງເຮັດໃຫ້ເງິນເຢນອ່ອນຄ່າລົງຢ່າງຕໍ່ເນື່ອງ ແລະ ຄາດວ່າລັດຖະບານຍີ່ປຸ່ນ ຈະເຂົ້າແຊກແຊງອີກຄັ້ງ.

ແຫຼ່ງຂ່າວຈາກ ຂ່າວເສດຖະກິດ-ການຄ້າ Lao Economic Daily

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...