Homeຂ່າວຕ່າງປະເທດໂຮງຮຽນຈີນ ຂົນໂຕະນັບພັນໜ່ວຍ ອອກສອບເສັງກາງແຈ້ງ ກັນນັກຮຽນໂກງຂໍ້ສອບ!

ໂຮງຮຽນຈີນ ຂົນໂຕະນັບພັນໜ່ວຍ ອອກສອບເສັງກາງແຈ້ງ ກັນນັກຮຽນໂກງຂໍ້ສອບ!

Published on

557000013675301

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພະຈິກນີ້ວ່າ ໃນທຸກປີຂອງເດືອນພຶດສະພາ ແລະ ເດືອນພະຈິກ

ຈະເປັນໄລຍະການສອບເສັງຂອງວິທະຍາໄລຊານເຫີ ເມືອງເປົ່າຈື່ ແຂວງສ່ານຊີ ໂດຍແຕ່ລະປີວິທະຍາໄລດັ່ງກ່າວ

ນີ້ ຈະນຳໃຊ້ມາດຕະການອອກມາສະກັດກັ້ນ ບໍ່ໃຫ້ເດັກນັກຮຽນຫລາຍພັນຄົນສໍ້ໂກງການສອບເສັງ ດ້ວຍການ

ຂົນໂຕະ ແລະ ຕັ່ງຫລາຍພັນໜ່ວຍ ອອກມາຈັດການສອບເສັງກາງແຈ້ງ ໂດຍປີນີ້ກໍເປັນປີທີ 10 ແລ້ວ ທີ່ທາງ

ໂຮງງານດັ່ງກ່າວ ນຳໃຊ້ມາດຕະການແບບນີ້.

 

ໃນການສອບເສັງເມື່ອອາທິດທີ່ຜ່ານມາ ນັກຮຽນ 3,800 ຄົນ ໄດ້ນັ່ງສອບເສັງກາງເດີ່ນເຕະບານ ໂດຍມີການ

ສອບເສັງສາມຮອບ ເຊິ່ງຈະມີຄູ ແລະ ຜູ້ຄຸມປະມານ 80 ຄົນ ຍ່າງກວດກາໄປມາ ຕະຫລອດຮອດກວດສອບຫົວ

ບົດສອບເສັງໃນແຕ່ລະຮອບ ເຊິ່ງມີຜູ້ສອບເສັງກ່ວາ 1,200 ຄົນ, ຄູອາຈານ ແລະ ຜູ້ຄຸມ ກໍໄດ້ມີການກຽມພ້ອມ

ອຸປະກອນຊ່ວຍໃນການສອດສ່ອງກວດກາ ໃນນັ້ນລວມມີກ້ອງ HD ສ່ອງທາງໄກ ແລະ ບັນໄດສູງ ເພື່ອປີນເບິ່ງ

ຈຸດຕ່າງໆອີກດ້ວຍ.

 

557000013675302

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...