Homeຂ່າວພາຍ​ໃນແຂວງເຊກອງ ໃນ 9 ເດືອນສາມາດເກັບລາຍຮັບໄດ້ 56 ຕື້ກວ່າກີບ

ແຂວງເຊກອງ ໃນ 9 ເດືອນສາມາດເກັບລາຍຮັບໄດ້ 56 ຕື້ກວ່າກີບ

Published on

ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງ ຂະແໜງສ່ວຍສາອາກອນປະຈໍາ ແຂວງເຊກອງ ໃນ 9 ເດືອນສາມາດເກັບໄດ້ 56 ຕື້ກວ່າກີບ, ທ່ານຮອງຫົວໜ້າສ່ວຍສາອາກອນລະບຸວ່າ ການເກັບລາຍຮັບປີນີ້ ຄາດວ່າຈະໄດ້ລື່ນແຜນການທີ່ວາງໄວ້ປະມານ.

ທ່ານ ສົມບູນ ພັນຈັນ ຮັກສາການຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະການເກັບລາຍຮັບເຂົ້າງົບປະມານຂອງຂະແໜງສ່ວຍສາອາກອນໃນໄລຍະຜ່ານມາ ແມ່ນໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບການ, ຂໍ້ກໍານົດ ແລະກົດໝາຍຂອງລັດເປັນບ່ອນອີງຕິດພັນກັບການສຶກສາອົບຮົມທາງດ້ານແນວຄິດການເມືອງ ໃຫ້ພະນັກງານທຸກຄົນເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດຂອງຕົນທີ່ໄດ້ຮັບມອບໝາຍ.

ສໍາລັບຕົວເລກລາຍຮັບໃນປີ 2022 ມີທັງໝົດ 70 ຕື້ກີບ ໂດຍຜ່ານການປະຕິບັດໃນ 9 ເດືອນຜ່ານມາ ສາມາດເກັບໄດ້ 56 ຕື້ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 79,69% ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 73,19% ເປັນເງິນ 23 ຕື້ກວ່າກີບ.
ແນວໃດກໍຕາມ ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບພາສີທີ່ດິນເຂົ້າງົບປະມານບັນລຸຕາມແຜນສູ້ຊົນທີ່ວາງໄວ້, ໃນ 3 ເດືອນປີ ຂະແໜງສ່ວຍສາອາກອນຈະໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການໆເງິນເມືອງ ເພື່ອພ້ອມກັນປະຕິບັດມະຕິ, ຄໍາສັ່ງແນະນໍາຂອງພັກ-ລັດຖະບານ ກໍຄືກົມສ່ວຍສາອາກອນ ກະຊວງການເງິນໃຫ້ເຂັ້ມງວດ; ໂຄສະນາປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃຫ້ມີຄວາມຕື່ນຕົວມອບພັນທະອາກອນໃຫ້ລັດ, ສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍຄືການສ້າງສາພັດທະນາປະເທດຊາດ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...