spot_img
Homeຂ່າວຕ່າງປະເທດນາຍົກໄທສັ່ງປັບປຸງກົດໝາຍການຄອບຄອງປືນ

ນາຍົກໄທສັ່ງປັບປຸງກົດໝາຍການຄອບຄອງປືນ

Published on

ນາຍົກໄທ ສັ່ງທົບທວນຫຼັກເກນການຄອບຄອງອາວຸດປືນ ຈະປັບກົດໝາຍ ຕ້ອງມີຄົນຮັບຮອງ ມີຄຸນສົມບັດຕາມກຳນົດ ບໍ່ມີການປ່ວຍດ້ານຈິດ ຫຼັງຈາກເຫດການກາດຍິງໃນໜອງບົວລຳພູທີ່ໄດ້ຂ້າຊີວິດໄປ 38 ສົບ.

ສຳນັກຂ່າວ ໄທໂພສ ໄດ້ລາຍງານວ່າ: ວັນທີ 12 ຕຸລາ 2022 ພົອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງປະເທດໄທ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຖະແຫຼງພາຍຫຼັງການປະຊຸມເພື່ອກຳນົດມາດຕະການເລັ່ງດ່ວນ ໃນການແກ້ໄຂບັນຫາຢາເສບຕິດ ແລະ ອາວຸດປືນ.

ຍັງໄດ້ກ່າວຕໍ່ການປະຊຸມຄັ້ງນີ້ ເພື່ອກຳນົດມາດຕະການສຳຄັນໃນການແກ້ໄຂບັນຫາຢາເສບຕິດ ແລະ ເລື່ອງທີ່ເປັນບັນຫາໃນປັດຈຸບັນຄື ເລື່ອງອາວຸດປືນ ໄດ້ມີການຫາລືຈາກໜ່ວຍງານທີ່ກ່ຽວຂ້ອງ ໂດຍມາດຕະການທີ່ສຳຄັນໄດ້ມີການຫາລືກັນໃນຄັ້ງນີ້ ເພື່ອໃຫ້ການບູລະນະການໃຫ້ເປັນຮູບປະທຳ ໃນການແກ້ໄຂບັນຫາຂອງອາວຸດປືນ ແລະ ບັນຫາຢາເສບຕິດ ໂດຍສະເພາະເລື່ອງອາວຸດປືນ ຕ້ອງເຂັ້ມງວດເລື່ອງການອອກໃບອະນຸຍາດ ການຕໍ່ໃບອະນຸຍາດ ແລະ ການພົກພາທັງໝົດ ສ່ວນຜູ້ຍື່ນຂໍອະນຸຍາດຕ້ອງມີຄຸນສົມບັດຄົບຖ້ວນ ມີການກວດສອບ ແລະ ຮັບຮອງທາງຈິດ ມີການຮັບຮອງຈາກນາຍບ້ານວ່າຕ້ອງບໍ່ມີພຶດຕິກຳທີ່ເປັນໄພຕໍ່ສັງຄົມ.

ນອກນີ້ ຈະໄດ້ຖອນໃບອະນຸຍາດການພົກພາປືນ ເມື່ອກວດພົບວ່າມີບັນຫາທາງດ້ານສຸຂະພາບຈິດ ພຶດຕິກຳທີ່ເປັນໄພຕໍ່ສັງຄົມ ການໃຊ້ຢາເສບຕິດ ແລະ ຍັງມີລາຍລະອຽດເພີ່ມຕື່ມອີກ ນອກນັ້ນກໍກວາດລ້າງຢາເສບຕິດ ກວາດລ້າງຈັບກຸມອາວຸດເຖື່ອນ ແລະ ການຊື້ຂາຍທາງອອນລາຍຢ່າງຈິງຈັງ.

ໃນກອງປະຊຸມຍັງກ່າວວ່າຈະພິຈາລະນາເລື່ອງ ມີຢາເສບຕິດ 5 ເມັດ ຫຼື 15 ເມັດ ໄວ້ຄອບຄອງຖືວ່າເປັນຜູ້ຄ້າຂາຍຢາເສບຕິດ.

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...