spot_img
Homeຂ່າວພາຍ​ໃນທະຫານ​ນະຄອນຫຼວງ​ວຽງ​ຈັນ ສຸມ​ໃສ່​ອົບຮົມ-ຫັດ​ແອບ​ພາກ​ສະໜາມ​ໃຫ້​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ແລະ ບຳລຸງ​ການ​ທະຫານ

ທະຫານ​ນະຄອນຫຼວງ​ວຽງ​ຈັນ ສຸມ​ໃສ່​ອົບຮົມ-ຫັດ​ແອບ​ພາກ​ສະໜາມ​ໃຫ້​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ແລະ ບຳລຸງ​ການ​ທະຫານ

Published on

ນັບ​ແຕ່​ຕົ້ນ​ເດືອນ​ຕຸລາ​ເປັນ ຕົ້ນ​ມາ, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ​ພາກ​ສະໜາມ​ໃຫ້​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ຊຸດ​ທີ VII ແລະ ນັກຮຽນ​ບຳລຸງ​ການ​ທະຫານ​ຊຸດ​ທີ I, ໂດຍ​ການ​ຕິດ ຕາມ​ຂອງ​ສະຫາຍ ພັນ​ເອກ ບຸນ​ ວານ ພົມ​ມະ​ວົງ ຫົວໜ້າ​ການ​ ທະຫານ​ກອງ​ບັນຊາ​ການ​ທະ ຫານ​ນະຄອນຫລວງ​ວຽງ​ຈັນ, ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ​ພາກ​ສະໜາມ.

ສະຫາຍ ພັນ​ໂທ ຄຳ​ສິງ ພົນ​ປະເສີດ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ນະຄອນຫລວງ​ວຽງ​ຈັນ, ຫົວໜ້າ​ຄະນະ​ຊີ້​ນຳພາກ​ສະໜາມ​ໄດ້​ຊີ້​ແຈງ​ໃຫ້​ຮູ້​ໃນ​ວັນ​ທີ 12 ຕຸລາ 2022 ວ່າ:ການ​ອົບຮົມ-ຫັດ​ແອບ​ພາກ​ສະໜາມ, ເປັນ​ການ​ທົບ​ທວນຄືນ​ບົດຮຽນ​ພາຍຫລັງ​ທີ່​ນັກ​ເຝິກອົບຮົມ​ໄດ້​ຮ່ຳຮຽນ​ທາງ​ດ້ານ​ທິດ​ສະ​ດີ​ຫຼັກການ​ໃນ​ໄລຍະ​ຜ່ານ​ມາ, ທັງ​ເປັນ​ການ​ທົດ​ສອບ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ບັນດາ​ບົດຮຽນ​ການ​ປະຕິບັດ​ຍິງເປົ້າ​ໝາຍ​ຕົວ​ຈິງ​ປະສານ​ສົມທົບ​ກັບ​ການຈັດຕັ້ງ​ຊີ້​ນຳ-ບັນຊາ​ຂັ້ນ​ໝູ່-ໝວດ​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ ເພື່ອ​ຖອດ​ຖອນ​ເປັນ​ບົດຮຽນ​ພາຍຫລັງ​ສຳເລັດ​ການ​ອົບຮົມ​ແລ້ວ​ນຳໄປ​ໝູນ​ໃຊ້​ຢູ່​ກົມ​ກອງ​ຂອງ​ຕົນ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ.

ສຳລັບ​ການ​ອົບຮົມ-ຫັດ​ແອບ​ພາກ​ສະໜາມ​ໃນ​ຄັ້ງ​ນີ້​ແມ່ນ ໄດ້​ເຄ​​ືີ່ອນ​ກຳລັງ​ເຂົ້າ​ມາ​ປະຈຳ​ທີ່​ນັບ​ແຕ່​ຕົ້ນ​ເດືອນ​ຕຸລາ​ເປັນຕົ້ນ​ມາ, ໂດຍ​ໄດ້​ເລັ່ງ​ໃສ່​ເຝິກແອບ​ບົດ​ຍິງ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ​ຕ່າງໆ​ສຳເລັດ​ແລ້ວ​ປະມານ 85%, ປັດຈຸບັນ​ພວມ​ສືບຕໍ່​ຫັດ​ແອບ ແລະ​ ປັບປຸງ​ຂອດ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ໄດ້​ເນັ້ນ​ໜັກ​ໃຫ້​ນັກ​ເຝິກອົບຮົມ​ແຕ່​ລະ​ສະຫາຍ​ຈົ່ງ​ກຳ​ແໜ້ນ​ເນື້ອ​ໃນ​ທິດ​ສະ​ດີ​ຫລັກການ​ທາງ​ດ້ານ​ຍຸດທະວິທີ, ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ​ຕ້ອງ​ໃຫ້​ມີ​ຄວາມ​ປອດ​ໄພ,ປະຕິບັດ​ຫລັກການ-ວິ​​ທີ​ການ​ຍິງເປົ້າ​ໝາຍ​ຕົວ​ຈິງ​ໃຫ້​ເຄັ່ງ​ຄັດ, ຮັບປະກັນ​ຄຸນ​ນະ​ພາບ​ສູງ ເພື່ອ​ນຳ​ເອົາ​ບົດຮຽນ​ໃນ​ຄັ້ງ​ນີ້​ໄປ​ໝູນ​ໃຊ້​ຢູ່​ກົມ​ກອງ​ຂອງ​ຕົນ, ພ້ອມ​ກັນ​ນັ້ນ, ກໍ​ຕ້ອງ​ເປັນ​ເຈົ້າ​ການ​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ​ໂດຍ​ສະເພາະ​ກົດ​ລະບຽບ​ຂອງ​ການ​ອົບຮົມ-ຫັດ​ແອບ​ພາກ​ສະໜາມ​ຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ອົດທົນ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ​ຕ່າງໆ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ອົບຮົມ-ຫັດ​ແອບ​ພາກ​ສະໜາມ​ໃນ​ຄັ້ງ​ນີ້​ສຳເລັດ​ຕາມ​ແຜນການ ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ100.

ຂ່າວ: Lao people’s Army News

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...