6 ວິທີ​ລຸດ​ອາການ​ທ້ອງ​ລາຍ

pregnantcream-minimize-stretch-marks

       ເຮົາ​ມັກ​ໄດ້ຍິນ​ສະເໝີ​ວ່າ​ທ້ອງ​ຂອງ​ເຮົາ​ຈະ​ຂະຫຍາຍ​ໄວ​ຈົນ​ເກີດ​ຮອຍ​ແຕກ ໄດ້​ເວລາ​ຖືພາ ດັ່ງ​ນັ້ນ​ຄົົນທີ່​ຖືພາຕ້ອງ​ທຳ​ໃຈ​ໄວ້​ເພາະ​ຫລີກ​ລ້ຽງ​ບໍ່​ໄດ້ ອາດຈະ​ຟັງ​ເປັນ​ຄຳ​ເວົ້າ​ທີ່​ເຊີຍ​ໄປ​ແລ້ວ​ ​ເພາະ​ເຮົາ​ກຳ​ລັງ​ຈະ​ບອກ​ທ່ານ​ວ່າ​ແທ້ໆແລ້ວ​ເຮົາ​ມີ​ວິທີ​ລຸດ​ທ້ອງ​ລາຍ​ມາ​ຝາກ​

1.ຮີບ​ປິ່ນປົວ​ອາການ​ທ້ອງ​ລາຍ​ແຕ່​ເນີ່ນໆ ສິ່ງ​ທຳອິດ​ທີ່​ຄວນ​ເຮັດ​ເພື່ອ​ກຳຈັດ​ ຫລື​ ລຸດ​ທ້ອງ​ລາຍ​ຄື​ການ​ກວດ​ເບິ່ງ​ວ່າ​ທ່ານ​ມີ​​ຮອຍ​ຈາກ​ການ​ຖືພາເກີດ​ຂຶ້ນ​ຫລື​ບໍ່ ຍິ່ງ​ທ່ານພົບ​ໄວ​ເທົ່າ​ໃດ​​ກໍ​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໃຫ້​ໝົດ​ໄປ​ໄດ້ ເພາະ​ຫາກ​ປະ​ເອົາ​ໄວ້​ຈົນ​​ຮອຍ​ຈາງ​ລົງ ທ້ອງ​ລາຍ​ອາດຈະ​ຕິດ​ຕົວ​ເຈົ້າ​ໄປ​ຈົນ​ບໍ່​ສາມາດ​ເຮັດໃຫ້​ຈາງ​ລົງ​ໄປ​ໄດ້​ເລີຍ

2.ໃຊ້​ຄີມ​ທາ​ຜິວ ໃຊ້​ຄີມ​ທາ​ຜິວ​ນວດ​ບໍລິເວນ​ໜ້າ​ທ້ອງ​ມື້​ລະ​ຫລາຍໆເທື່ອ​ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ແກ່​ຜິວ​ໜັງ​ບໍລິເວນ​ໜ້າ​ທ້ອງ ເຖິງວ່າ​ຄີມ​ທີ່​​ໃຊ້​ຈະ​ບໍ່ແມ່ນ​ຄີມ​ສະເພາະ​ສຳລັບ​ຜິວ​ແຕ​ກ​ກໍ​ຕາມ ຫລາຍ​ຄົນ​ນິຍົມ​ໃຊ້​ຄີມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ໂຄ​ໂຄ​ບັດ​ເຕີ ແຕ່​ກໍ​ຍັງ​ບໍ່​ມີ​ຜົນ​ການ​ວິ​ໄຈ​ມາ​ຮອງ​ຮັບ​ເຖິງ​ຄຸນສົມບັດ​ຂໍ້​ນີ້ ແຕ່​ມີ​ຜົນ​ການ​ວິ​ໄຈ​ວ່າ​ຄີມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ສານ​ສະ​ກັດ​ຈາກ​ໂກ​ໂຕ​ໂຄ​ລາ ຫລື​ ທີ່​ຮູ້​ຈັກ​ກັນ​ວ່າ​ໄລ​ກອງ​ເຈນ​ ຫລື​ ວາ​ລາ​ເລຍ ວິ​ຕາ​ມິນ​ອີ​ແລະ​ຄໍ​ລາ​ເຈນ​ໄຮ​ໂດ​ໄລ​ເສດ​ມີ​ສ່ວນ​ຊ່ວຍ​ລຸດຮອຍແຕກໄດ້

3.ຂັດ​ຜິວ​ເລື້ອຍໆ ເວລາ​​ຍ່າງ​ ເລືອກ​ຊື້​ຂອງ​ຕາມ​ຫ້າງຮ້ານ​ກໍ​ຢ່າ​ລືມ​ລອງ​ແວະ​ເບິ່ງ​ຄີມ​ຂັດ​ຜິວ​ສູດ​ອ່ອນ​ໂຍນ​ທີ່​ເໝາະ​ກັບ​ສະພາບ​ຜິວ​ມາ​ລອງ​ໃຊ້​ເບິ່ງ ນອກ​ຈາກ​ນີ້​ອາດຈະ​ລອງ​ເຮັດ​ເອງ​ກໍ​ໄດ້​

4.ທານ​ວິ​ຕາ​ມິນ​ເສ​ລິມ ວິ​ຕາ​ມິນ​ອີ​ ຊ່ວຍ​​ເສີມ​ສ້າງ​ຄໍ​ລາ​ເຈນ ພຽງ​ກິນ​ວິ​ຕາ​ມິນ​ອີ​ ມື້​ລະ 1 ເມັດ ຫລື ​ນວດ​ດ້ວຍ​ນ້ຳ​ມັນ​ວິ​ຕາ​ມິນ​ອີ​ ກໍ​ສາມາດ​ຊ່ວຍ​ລຸດ​ຮອຍ​ແຕ​ກ​ໄດ້

5.ດື່ມ​ນ້ຳ​ຫລາຍ​ໆ ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ຜິວ​ຊຸ່ມ​ຊື້ນ​ ແລະ​ ຊ່ວຍ​ປ້ອງ​ກັນ​ຮອຍ​ແຕ​ກ​ໄດ້

6.ອອກ​ກຳ​ລັງ​ກາຍ​ຂະນະ​ຖືພາ ຜູ້ຍິງ​ຫລາຍ​ຄົນ​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ທຸກ​ຮູບ​ແບບ​ ແລະ​ ໃຊ້​ເວລາ​ສ່ວນ​ໃຫຍ່​ໄປ​ກັບ​ການ​ພັກ​ຜ່ອນ ນີ້​ອາດຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸກຂະພາບ ​ແລະ​ ຜິວ​ໜັງ​ໄດ້ ລອງອອກ​ກຳ​ລັງ​ກາຍ​ທຸກ​ມື້​ມື້​ລະ 5 ນາ​ທີ ຫລື ​ລອງ​​ໂຍ​ຄະ​ສຳລັບ​ທ່ານ​ແມ່​ຖືພາ​ເບິ່ງ​ກໍ​ໄດ້