ສຸດອຶ້ງ! ຫາກໍ່ຮູ້ຕົວວ່າມີຝາແຝດ ເພາະ facebook

188712

ຫາກ​ຖ້າ​ບັງ​ເອີນ​ພົບ​ວ່າ​ທ່ານ​ມີ​ຝາ​ແຝດ​ທີ່​ພັດພາກ​ຈາກ​ກັນ​ໄປມັນ​ຈະ​ເປັນ​ຢ່າງໃດ? ຫລາຍ​ຄົນ​ອາດ​ຄິດວ່າ​ນັ້ນ​ເປັນພຽງ​ເລື່ອງ​ລາວ​ໃນ​ນິຍາຍ​ເທົ່າ​ນັ້ນ ແຕ່​ມັນ​ກັບ​ເປັນ​ເລື່ອງ​ຈິງ​ທີ່​ເກີດກັບເອື້ອຍນ້ອງ​ຄູ່​ນີ້

Samantha Futerman ແລະ Anais Bordier ຫາກໍ່​ພົບ​ວ່າ​ທັງ​ຄູ່​ເປັນ​ເອື້ອຍນ້ອງ​ແຝດ​ກັນ​ຜ່ານ​ທາງ​ເຟ acebook ຍ້ອນກັບ​ໄປ​ເມື່ອ​ກຸມພາ 2013  Samantha ເປັນ​ນັກ​ສະແດງ​ທີ່​ແອວ​ເອ ນາງ​ໄດ້ຮັບ​ຂໍ້ຄວາມ​ທາງ​ acebook ​ຈາກ​ຄົົນທີ່​ນາງ​ບໍ່​ເຄີຍ​ລົມ​ນຳ​ມາ​ກ່ອນ ນັ້ນ​ກໍ​ຄື Anais ນັກ​ຮຽນ​ແຟ​ຊັ່ນ​ດີ​ໄຊ​ທີ່​ອາໄສ​ຢູ່​ທີ່ລອນດອນ

ຊຶ່ງ​ໃນ​ຂໍ້ຄວາມ​ນາງ​ບອກວ່ານາງ ເຫັນ Samantha ຈາກ​ໃນ Youtube ນາງ​ເບິ່ງ​ຊ້ຳ​ໄປ​ຊ້ຳ​ມາ​ຫລາຍ​ຮອບ ເພາະ​ນາງ​ເຫັນ​ວ່າ Samantha ນັ້ນ​ໜ້າ​ຄື​ນາງ​ຫລາຍ​ໆ ຈົນ​ໃນ​ທີ່​ສຸດ​ນາງ​ຕັດ​ສິນ​ໃຈ​ສົ່ງ​ຂໍ້ຄວາມ​ບອກ​ເລົ່າເລື່ອງ​ລາວ​ຂອງ​ນາງ​ໃຫ້​ກັບ  Samantha ໄດ້ຮັບ​ຮູ້

ຫລັງ​ຈາກ​ນັ້ນ​ພວກເຂົາ​ກໍ​ລົມກັນ​ຜ່ານ​ທາງ Skype ຈົນ​ໃນ​ທີ່ສຸດ​ຄອບຄົວ​ຂອງ Samantha ຕັດ​ສິນ​ໃຈ​ບິນ​ໄປ​ລອນ​ດອນ ເພື່ອ​ພົບ​ກັບ Anais  ໃນ​ເດືອ​ນພຶດສະພາ ​ 2013 ຊຶ່ງ​ເທື່ອ​ນີ້​ທັງ​ຄູ່​ໄດ້​ໃຊ້​ເວລາ​ຮ່ວມ​ກັນແບ່ງ​ປັນ​ເລື່ອງ​ລາວ​ຕ່າງໆ ຕໍ່​ມາ​ໃນ​ລະດູ​ຮ້ອນ​ປີ 2013 Anais ກໍ​ເດິນທາງ​ໄປ​ຢ້ຽມ Samantha ທີ່​ແຄ​ລິ​ຟໍ​ເນຍ​ ທັງ​ຄູ່​ໄດ້​ໄປ​ທ່ອງ​ທ່ຽວ​ຕາມ​ສະຖານ​ທີ່​ຕ່າງໆ ນຳກັນ​ຕາມ​ປະ​ສາເອື້ອຍນ້ອງ ຈົນ​ໃນ​ທີ່ສຸດ​ພວກເຂົາ​ຕັດ​ສິນ​ໃຈ​ບິນ​ໄປ​ເກົາ​ຫລີ​ໃຕ້ ເພື່ອ​ຫາ​ຂໍ້​ມູນ​ກ່ຽວກັບ​ພໍ່​ແມ່​ທີ່​ແທ້​ຈິງ​ຂອງ​​ພວກເຂົາ ຊຶ່ງ​ສະຖານ​ທີ່ຮັບ​ລ້ຽງ​ເດັກນ້ອຍ​ບຸນ​ທຳ​ບ່ອນນັ້ນ​ກໍ​ພະຍາຍາມ​ຕິດ​ຕໍ່​ພໍ່​ແມ່​ຂອງ​ທັງ​ຄູ່​ໃຫ້ ແຕ່​ກໍ​ໄດ້ຮັບ​ການປະຕິເສດ​

 

ຊຶ່ງ​ການ​ພົບ​ກັນ​ເທື່ອ​ນີ້​ເຮັດໃຫ້​ທັງ​ຄູ່​ຕັດ​ສິນ​ໃຈ​ວ່າ​ເຮົາ​ຈະ​ບໍ່​ແຍກ​ຈາກ​ກັນ​ດົນ​ເກີນ​ໄປ​ອີກ​ແລ້ວ ເພາະ​ພວກເຂົາ​ຈະ​ຫາ​ເວລາ​ມາ​ເຈີ​ກັນ​ທຸກ​ເທດ​ສະການ​ສຳຄັນ ເພື່ອ​ໃຊ້​ຊີວິດ​ຄື​ຄອບຄົວ​ໃນ​ແບບ​ທີ່​ຄວນ​ຈະເປັນ ຫລັງ​ຈາກ​ພົບ​ກັນ​ທັງ​ຄູ່​ໄດ້​ເຮັດ​ສາລະ​ຄະດີ ກ່ຽວກັບ​ຊີວິດ​ຂອງ​​ພວກເຂົາ ຊຶ່ງ​ທັງ​ຄູ່​ຕ້ອງ​ເຮັດວຽກ​ຢ່າງ​ໜັກ​ເພື່ອ​ສານ​ສາລະຄະດີ​ເລື່ອງ Twinsters ທີ່​ຈະ​ເປີດ​ຕົວ​ໃນ​ປີ 2015