spot_img
Homeຂ່າວພາຍ​ໃນ​ພິທີ​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2021

​ພິທີ​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2021

Published on

ໃນວັນ​ທີ 4 ຕຸລາ 2022 ຜ່ານມາ, ຄະນະ​ພັກ​ຮາກ​ຖານ​ໂຮງຮຽນ​ ທະຫານ​ຊາຍ​ແດນ 712 ຈັດ​ຕັ້ງ​ພິທີ​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2021 ແລະ ມອບ​ບັດ ສະມາຊິກ​ພັກ​ສົມບູນ​ ຊຸດ​ທີ V ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ສີ​ພັນ ພຸດ​ທະ​ວົງ ກຳມະການ​ຄະນະ​ພັກ​ກົມ​ໃຫຍ່ ຫົວໜ້າ​ກົມ​ທະຫານຊາຍແດນ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ບັນດາ​ສະຫາຍ​ຄະນະພັກ​ຮາກຖານ, ຄະນະ​ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ແລະ ພະນັກງານ​ສະມາຊິກ​ພັກ​ເຂົ້າ​ຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ພັນ​ເອກ ຄຳ​ພັນ ເຊ​ໃຫຍ່​ທຸມ​ມະ​ແສງ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການເມືອງ​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ການ​ນຳພາ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2021 ແລະ ຜ່ານ​ທິດ​ທາງ​ແຜນ ການ​ປະຈຳ​ປີ 2022 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ການ​ນຳພາ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ​ໃນ​ໄລຍະ​ຜ່ານ​ມາ.

ຈາກ​ນັ້ນ, ກໍ​ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ຮັບຮອງ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ບັນດາ​ກົມ​ກອງ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ມະຕິ​ຕົກລົງ​ວ່າ​ດ້ວຍ​ການ​ອອກ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ​ຊຸດ​ທີ V ໃນ​ນີ້, ສະເພາະ​ຢູ່​ໂຮງ ຮຽນ​ທະຫານ​ຊາຍ​ແດນ 712 ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ ຕົກລົງ​ຮັບຮອງ​ເອົາ​ເປັນ​ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຈຳນວນ 6 ໜ່ວຍ​ພັກ​ຄື: ໜ່ວຍ​ພັກ​ພະ​ແນກ​ບໍລິຫານ-ສັງ​ລວມ ສະເໜີ​ຮັບຮອງ​ ຄັ້ງ​ທີ 3, ໜ່ວຍ​ພັກ​ພະແນກການ​ເມືອງ​ສະເໜີ​ຮັບຮອງ​ຄັ້ງ​ທີ 2, ໜ່ວຍ​ພັກ​ພະ​ແນກ​ພະລາທິການ, ໜ່ວຍ​ພັກ​ພະ​ແນກ​ເຕັກນິກ, ໜ່ວຍ​ພັກ​ພະ​ແນກ​ອົບຮົມ, ໜ່ວຍ​ພັກ​ກອງພັນ​ນັກຮຽນ ແມ່ນ​ສະເໜີ​ຮັບຮອງ​ໃໝ່ ແລະ ມອບ​ບັດ​ສະມາຊິກ​ພັກ​ສົມບູນ​ໃຫ້​ພະນັກງານ​ສະມາຊິກ​ພັກ ຈຳນວນ 53 ສະຫາຍ. ໂດຍ​ການ​ຂຶ້ນ​ມອບ​ຂອງ ສະຫາຍ ພົນ​ຈັດຕະວາ ສີ​ພັນ ພຸດ​ທະ​ວົງ ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ຢ່າງ​ສົມ​ກຽດ.

ພາຍໃນວັນ​ດຽວ​ກັນນີ້, ຍັງ​ໄດ້​ຈັດ​ຕັ້ງ​ປາຖະກະຖາ​ມູນເຊື້ອ​ວິລະ​ກຳ​ຂອງ​ເຫຼົ່າ​ຮົບ ​ທະຫານ​ຊາຍ​ແດນ​ກອງທັບ​ປະຊາຊົນ​ລາວ ແລະ ຈັດ​ຕັ້ງ​ຂະ​ບວນ​ການ​ແຂ່ງ​ຂັ້ນ​ກີລາ​ມວນ​ຊົນ ເນື່ອງ​ໃນ​ ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ ຄົບຮອບ 10 ປີ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ມ່ວນຊື່ນ.

ທີ່ມາ: Lao people Army’s News

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...