spot_img
Homeຂ່າວຕ່າງປະເທດອາເມຣິກາຮຽກຮ້ອງໃຫ້ກຸ່ມໂອເປັກພຣັສບໍ່ຫຼຸດການຜະລິດນ້ຳມັນ

ອາເມຣິກາຮຽກຮ້ອງໃຫ້ກຸ່ມໂອເປັກພຣັສບໍ່ຫຼຸດການຜະລິດນ້ຳມັນ

Published on

ສະຫະລັດອາເມຣິກາ ກົດດັນໃຫ້ປະເທດສະມາຊິກກຸ່ມໂອເປັກພຣັສ ຫຼື ກຸ່ມປະເທດຜະລິດນ້ຳມັນ ໃຫ້ຫຼີກລ່ຽງການປັບຫຼຸດຜະລິດນ້ຳມັນໃນປະລິມານຫຼາຍ ໃນຂະນະທີ່ ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາ ພະຍາຍາມທີ່ຈະສະກັດກັ້ນການປັບໂຕຂຶ້ນລາຄານ້ຳມັນໃນອາເມຣິກາ.

ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ສະຫະລັດອາເມຣິກາກຳລັງໂນ້ມນ້າວໃຫ້ກຸ່ມໂອເປັກພຣັສວ່າ ຍັງບໍ່ເໝາະທີ່ຈະປັບຫຼຸດການຜະລິດນ້ຳມັນໃນຂະນະນີ້ ເມື່ອພິຈາລະນາຈາກຫຼາຍປັດໄຈພື້ນຖານທາງເສດຖະກິດ.

ກຸ່ມໂອເປັກພຣັສ ເຊິ່ງລວມເຖິງປະເທດຊາອຸດິອາລັບບີ ແລະ ຣັດເຊຍ ກຳລັງຫາລືກັນເລື່ອງການຫຼຸດຜະລິດນ້ຳມັນ 1 ລ້ານບາເຣວຕໍ່ມື້ ໂດຍການຜະລິດດັ່ງກ່າວອາດສົ່ງຜົນໃຫ້ລາຄານ້ຳມັນເພີ່ມຂຶ້ນ.

ໂຈ ໄບເດັນ ຍັງໄດ້ພະຍາຍາມແກ້ໄຂບັນຫາລາຄານ້ຳມັນແອັດຊັງທີ່ແພງຕະຫຼອດທັ້ງປີ ໂດຍລາຄາທີ່ແພງຂຶ້ນອາດສົ່ງຜົນກະທົບຕໍ່ການເລືອກຕັ້ງໃນວັນທີ 8 ພະຈິກນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...