Homeຂ່າວທ້ອງຖິ່ນງານບຸນອອກພັນສາ ແລະ ຊ່ວງເຮືອ ແຂວງຄຳມ່ວນ ປະຈຳປີ 2022 

ງານບຸນອອກພັນສາ ແລະ ຊ່ວງເຮືອ ແຂວງຄຳມ່ວນ ປະຈຳປີ 2022 

Published on

ບຸນອອກພັນສາເປັນປະເພນີບຸນໜຶ່ງທີ່ຈັດຢູ່ໃນຮີດສີບສອງຂອງລາວ ເຊິ່ງກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 11 ລາວ. ເພື່ອເປັນການເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ເວົ້າລວມ ເວົ້າສະເພາະ ຂອງປະຊາຊົນລາວບັນດາເຜົ່າ ຊາວເມືອງທ່າແຂກ ແຂວງຄຳມ່ວນ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ກັບສັງຄົມລາວຕະຫຼອດໄປ.

ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນຄະນະປະທານຈັດງານບຸນ ປະເພນີອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈໍາປີ 2022 ລາຍງານກ່ຽວກັບການຫ້າງຫາກະກຽມງານບຸນປະເພນີອອກພັນສາ ແລະ ຊ່ວງເຮືອປະຈໍາປີ 2022 ໃຫ້ຮູ້ວ່າ: ການຈັດງານບຸນປະເພນີອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2022 ໂດຍຕິດພັນກັບງານບຸນສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ຂັ້ນໄດຂຶ້ນລົງນໍ້າຂອງ ຫຼື ສ່ວນຫຼາຍເອີ້ນວ່າຂັ້ນໄດພະຍານາກ ໃນປີນີ້ ໄດ້ຈັດງານໃຫຍ່ສົມຄວນ ເນື່ອງຈາກວ່າເຮົາບໍ່ໄດ້ຈັດງານນີ້ມາ 2 ປີແລ້ວ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

ມາຮອດປະຈຸບັນນີ້ ເຫັນວ່າພະຍາດດັ່ງກ່າວກໍ່ໄດ້ເບົາບາງລົງ ເພື່ອເປັນການຟື້ນຟູເສດຖະກິດ ແລະ ກະຕຸກຊຸກຍູ້ການທ່ອງທ່ຽວຂອງແຂວງ ກໍ່ຄືຂອງເມືອງທ່າແຂກ ໃຫ້ກັບມາຄຶກຄື້ນກວ່າເກົ່າ ຈິ່ງໄດ້ມີການວາງແຜນກະກຽມງານບຸນນີ້ຂຶ້ນ. ເຊິ່ງພາຍໃນງານ ແມ່ນມີຫຼາຍກິດຈະກຳ ເປັນຕົ້ນ: ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ ເຊິ່ງຈະມີການຄອບໄຂວ່ ສະຖານທີ່ສັກສິດ, ເຈົ້າທີ່ເຈົ້າຖານ, ມະເຫສັກຫຼັກເມືອງ ກ່ອນຈະມີການຈັດກິດຈະກຳແຂ່ງຂັນເຮືອຊ່ວງ ແລະ ໄຫຼເຮືອໄຟ ປະກອບມີ 4 ຈຸດຄື: ຈຸດຫໍຫຼັກເມືອງ, ຈຸດຫາງດອນ (ບ້ານດອນໂດນ), ຈຸດປາກຫ້ວຍສະຄາມ, ຈຸດມະເຫສັກບ້ານເລົ່າໂພໄຊ ແລະ ແກ້ງມ່ວງ, ສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ຂັ້ນໄດຂຶ້ນລົງນໍ້າຂອງ ມີການຄົບງັນຕາມປະພນີ, ການໃສ່ບາດຖວາຍສັງຄະທານ, ກິດຈະກຳການແຂ່ງຂັນເຮືອຊ່ວງປະເພນີ ໃນປະເພດ 30-35 ສີພາຍ ແລະ 50-55 ສີພາຍ ເຊິ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 19 ລໍາ, ພິເສດ ຍັງມີການແຂ່ງຂັນເຮືອຊ່ວງ ມິດຕະພາບ ລາວ-ໄທ ເພື່ອສ້າງໄມຕຣີຈິດມິດຕະພາບ ລະຫວ່າງ ສອງປະເທດ ກໍ່ຄືສອງແຂວງ ຄຳມ່ວນ-ນະຄອນພະນົມ.

ພາຍໃນງານບຸນ ຍັງມີການວາງສະແດງ ແລະ ຂາຍສິນຄ້າ ເຄື່ອງທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ. ໃນນີ້ ເນັ້ນການສົ່ງເສີມຜະລິດຕະພັນໃຫ້ກາຍເປັນສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ ແລະ ເມືອງ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດຕ່າງໆພາຍໃນເມືອງ ມີທັງໝົດ 5 ໂຊນ, ມີ 112 ລ໋ອກ (ເຕັ້ນ) ແລະ ຮ້ານຂາຍບັ້ງເຂົ້າຫຼາມ, ປີ້ງໄກ່ຈໍານວນໜຶ່ງ. ນອກຈາກນັ້ນ ຍັງຈະໄດ້ຮັບຊົມການໄຫຼເຮືອໄຟ ຈຳນວນ 3 ລໍາ. ເຊິ່ງລຳທີ 1 ສ້າງເປັນຮູບພຣະທາດສີໂຄດຕະບອງ, ລຳທີ 2 ສ້າງເປັນຮູບຫໍໄຫວ້ 21 ມີນາ 1946, ລຳທີ 3 ສ້າງເປັນຮູບພະຍານາກ.

ນອກນັ້ນຍັງມີການລອຍກະໂທງສາຍ ຈຳນວນ 2.565 ດວງ ແລະ ມີການສະແດງສິລະປະ-ວັນນະຄະດີ ແລະ ຂັບລໍາຜະຫຍາມະຫາໄຊ ທີ່ເປັນຂັບລໍາທ້ອງຖິ່ນຂອງແຂວງຄໍາມ່ວນ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ ແລະ ມູນເຊື້ອວັດທະນະ ທຳອັນດີງາມຂອງຊາດ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ.

ທີ່ມາ:MediaLAOS ຮູບພາບ: ຄົນມັກທ່ຽວ

ບົດຄວາມຫຼ້າສຸດ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...

ຮັກສາສິ່ງແວດລ້ອມ! ບໍ່ແຮ່ໃຕ້ດິນ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໜ້າດິນຮັກສາໜ້າດິນ.

ອີງຕາມ Lane Xang Minerals Limited Companyໃນວັນທີ 30 ກໍລະກົດ 2026 ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ສປປ ລາວ ບໍລິສັດ...

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາ 2026 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ນະຄອນຮ່າໂນ້ຍ ສສ. ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ...