spot_img
Homeຂ່າວພາຍ​ໃນປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກູບາ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ກູບາ

Published on

ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022 ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະ ໃນຄັ້ງນີ້ ຊຶ່ງຖືວ່າເປັນຄັ້ງທໍາອິດຂອງການຢ້ຽມຢາມຂັ້ນນາຍົກລັດຖະມົນຕີ ແລະ ເປັນຄັ້ງປະຫວັດສາດ ທີ່ມີຄວາມໝາຍສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືຖານສະຫາຍອ້າຍນ້ອງ ລະຫວ່າງ ສອງປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ ສະຫາຍ ທອງລຸນ ສີສຸລິດ ຊາບກ່ຽວກັບຜົນການພົບປະກັບ ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໃນວັນທີ 2 ຕຸລາ ຜ່ານມາ ຊຶ່ງສອງຝ່າຍໄດ້ແຈ້ງສະພາບພາຍໃນໃຫ້ກັນຊາບ, ໄດ້ທົບທວນຄືນການພົວພັນຮ່ວມ ມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ, ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ທັງໃນ ຂອບສອງຝ່າຍ ແລະ ຫຼາຍຝ່າຍ, ລວມເຖິງການແລກປ່ຽນຄໍາຄິດເຫັນ ຊຶ່ງກັນ ແລະ ກັນ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ປະທານປະເທດ ແຫ່ງ ສ ກູບາ ເຖິງ ສະຫາຍ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມ ສ ກູບາ ໃນໂອກາດອັນເໝາະສົມ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍຂອງສອງນາຍົກລັດຖະມົນຕີ, ພ້ອມທັງສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ກູບາ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງການ ເຖິງແມ່ນວ່າສອງປະ ເທດຈະຢູ່ຫ່າງໄກກັນກໍຕາມ ຊຶ່ງສະແດງອອກໃນການພົວພັນທາງດ້ານການເມືອງ ລະຫວ່າງ ສອງປະ ເທດສືບຕໍ່ໜັກແໜ້ນ, ສອງຝ່າຍມີຄວາມເຂົ້າອົກເຂົ້າໃຈກັນດີ, ມີທັດສະນະຄ້າຍຄືກັນຕໍ່ຫຼາຍໆບັນຫາ ແລະ ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນດ້ານຕ່າງໆໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງໃນເວທີພາກພື້ນ ແລະ ສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຢືນຢັນຄືນວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດ ສຸດຄວາມສາມາດ ຮ່ວມກັບ ພັກ, ລັດ ແລະ ປະຊາຊົນ ກູບາ ອ້າຍນ້ອງ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດ ຕົວຈິງທີ່ເປັນຮູບປະທຳມາສູ່ປະຊາຊົນສອງຊາດ, ພິເສດ ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ ຄົບ ຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ໃນປີ 2024 ແລະ ຍັງໄດ້ເນັ້ນຕື່ມວ່າ ສອງຝ່າຍ ຄວນສືບຕໍ່ເພີ່ມທະວີການຮ່ວມມືກັນໃນວຽກງານ ແລະ ຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ກິລາ, ສາທາລະນະສຸກ, ລວມທັງຂະແໜງການໃໝ່ອື່ນໆ ທີ່ສອງຝ່າຍມີທ່າແຮງ; ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ, ພ້ອມທັງໄດ້ຝາກຄວາມຄິດຮອດຄິດເຖິງ, ຄໍາຢ້ຽມ ຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດ ຜ່ານສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ໄປຍັງ ສະຫາຍ ມີເກັນ ດີເອັດສ-ກາແນນ ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ, ບັນດາສະຫາຍ ການນໍາພັກ-ລັດ ກູບາ ແລະ ປະຊາຊົນ ກູບາ ອ້າຍນ້ອງ ທຸກຖ້ວນຫນ້າ.

ຂ່າວຈາກ ກົມການຂ່າວ, ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...