spot_img
Homeຂ່າວຕ່າງປະເທດມາເລເຊຍເລັ່ງການຊອກຫາປະຊາຊົນທີ່ຕົກເປັນເຫຍື່ອແກ້ງຄໍເຊັນເຕີໃນລາວ

ມາເລເຊຍເລັ່ງການຊອກຫາປະຊາຊົນທີ່ຕົກເປັນເຫຍື່ອແກ້ງຄໍເຊັນເຕີໃນລາວ

Published on

ມະເລເຊຍເລັ່ງການຊ່ວຍເຫຼືອປະຊາຊົນຂອງຕົນທີ່ຕົກເປັນເຫຍື່ອຫຼວກລວງໄປເຮັດວຽກເປັນແກ້ງຄໍເຊັນເຕີ.

ວັນທີ 30 ກັນຍາ ສຳນັກງານຕຳຫຼວດແຫ່ງຊາດມາເລເຊຍ ໄດ້ເຮັດໃຫ້ຮູ້ວ່າ ແກ້ງຕົ້ມຕຸ໋ນພົນລະເມືອງໄປເຮັດວຽກໃນຕ່າງແດນ ໃນນັ້ນກໍ ລາວ  ລວມທັງປະເທດເພື່ອນບ້ານ ແລະ ບັງຄັບໃຫ້ເຮັດວຽກເປັນພວກຫຼອກລວງຄົນທາງໂທລະສັບ ຫຼື ສັງຄົມອອນລາຍ ລະບຸວ່າ ຍັງມີປະຊາຊົນມາເລເຊຍທີ່ຕົກເປັນເຫຍື່ອຂະບວນການປະເພດນີ້ໃນຕ່າງແດນຫຼາຍກວ່າ 174 ຄົນ ແລະ ກຳລັງປະສານກັບທາງການທ້ອງຖິ່ນໃຫ້ຊ່ວຍເຫຼືອ ຈົນເຖິງຕອນນີ້ໄດ້ຊ່ວຍເຫຼືອແລ້ວ 168 ຄົນ ພ້ອມປະກາດເຕືອນວ່າ ຜູ້ທີ່ຖືກຊວນໄປເຮັດວຽກຕ່າງປະເທດຜ່ານອອນລາຍໂດຍສະເພາະ ເຟສບຸກ ແລະ ອິນສະຕາແກຣມ ຄວນນຳຂໍ້ມູນບໍລິສັດທີ່ຈະຈ້າງມາກວດສອບກັບກະຊວງການຕ່າງປະເທດກ່ອນ ເພື່ອຢັ້ງຢືນວ່າເປັນບໍລິສັດແທ້ ຫຼື ເປັນແກ້ງຕົ້ງຕຸ໋ນ.

ນອກຈາກນັ້ນ ທາງການມາເລເຊຍກໍໄດ້ອອກມາລະບຸວ່າ ຈຳນວນຄົນທີ່ຖືກຕົວະມາເຮັດວຽກມີຫຼາຍກວ່ານັ້ນຄື ຫຼາຍກວ່າ 700 ຄົນ ທີ່ໄດ້ຕົກເປັນເຫຍື່ອການຫຼອກລວງເພື່ອມາເຮັດວຽກ ໂດຍການຕົວະວ່າເຮັດວຽກໄດ້ເງິນຫຼາຍ.

ນັກເຄື່ອນໄຫວໃນມາເລເຊຍຍື່ນເອກະສານ ເພື່ອໃຫ້ທາງການລາວຊ່ວຍປະຊາຊົນມາເລເຊຍທີ່ຍັງຕິດຄ້າງ ຫຼັງຈາກການຕົກເປັນເຫຍື່ອຂອງກຸ່ມຫຼອກລວງເອົາແຮງງານໄປເຮັດວຽກ.

ອົງການສິດທິມະນຸດທຳລະຫວ່າງປະເທດຂອງເມເລເຊຍ (MHO) ຍັງໄດ້ກ່າວວ່າ ໄດ້ຍື່ນລາຍງານຕໍ່ສະຖານທູດລາວປະຈຳມາເລເຊຍເປັນທີ່ຮຽບຮ້ອຍແລ້ວ ແຕ່ເລື່ອງຍັງບໍ່ມີການດຳເນີນງານເທົ່າທີ່ຄວນ ແລະ ບໍ່ມີປະສິດທິພາບ ຈຶ່ງສົ່ງຜົນໃຫ້ປະຊາຊົນທີ່ຕົກເປັນເຫຍື່ອຍັງຄົງຕິດຄ້າງໃນລາວ ຕໍ່ໜ້າສະຖານທູດລາວປະຈຳປະເລເຊຍ ກໍຍັງມີບັນດາຄອບຄົວຂອງຜູ້ທີ່ເປັນເຫຍື່ອອອກມາຮຽກຮ້ອງໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວເລັ່ງດຳເນີນການໄຫ້ໄວທີ່ສຸດ.

ບັນດາຄອບຄົວຂອງຜູ້ຕົກເປັນເຫຍື່ອຈາກການຄ້າມະນຸດ ໄດ້ອອກມາຮຽກຮ້ອງໃຫ້ນາຍົກລັດຖະມົນຕີລາວໃຫ້ການຊ່ວຍເຫຼືອເອົາຄອບຄົວພວກເຂົາ.

ໃນມື້ດຽວກັນ ທາງການວຽດນາມກໍພົບສົບຄົນຈີນ 7 ຄົນ ທີ່ລອຍຕິດເກາະຟູໂກກ ທາງພາກໃຕ້ຂອງວຽດນາມ ເຊິ່ງເປັນເຫຍື່ອທີ່ສູນຫາຍ ແລະ ເສຍຊີວິດຈາກເຫດເຮືອລັກລອບຂົນແຮງງານຈີນຫຼົ່ມ ທາງດ້ານນອກຝັ່ງທະເລຂອງກຳປູເຈຍ ໃນວັນທີ 23 ກັນຍາ ຫຼັງຈາກທີ່ມີເຫຍື່ອໄດ້ຮັບການຊ່ວຍເຫຼືອ 30 ຄົນ ຈາກທັງໝົດ 41 ຄົນ.

 

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...