spot_img
Homeຂ່າວຕ່າງປະເທດລາຄານ້ຳມັນ WTI ເພີ່ມຂຶ້ນກວ່າ 3% ອາດຈະໄດ້ຫຼຸດກຳລັງຜະລິດນ້ຳມັນຄັ້ງໃຫຍ່

ລາຄານ້ຳມັນ WTI ເພີ່ມຂຶ້ນກວ່າ 3% ອາດຈະໄດ້ຫຼຸດກຳລັງຜະລິດນ້ຳມັນຄັ້ງໃຫຍ່

Published on

ລາຄານ້ຳມັນ WTI ເພີ່ມຂຶ້ນກວ່າ 3% ເຊິ່ງອາດຈະເຮັດໃຫ້ກຸ່ມຜູ້ສົ່ງອອກນ້ຳມັນ ຫຼື ກຸ່ມໂອເປັກພຣັສ ອາດຈະປັບຫຼຸດການຜະລິດນ້ຳມັນຫຼາຍເຖິງ 1 ລ້ານ ບາເຣວ ຕໍ່ມື້ ໃນການປະຊຸມວັນພຸດທີ່ຈະມາຮອດນີ້.

ກຸ່ມໂອເປັກພຣັສຈະຈັດການປະຊຸມໃນວັນພຸດ ທີ 5 ຕຸລາ 2022 ທີ່ກຸງວຽນນາ ປະເທດໂອຕຣິດ ໂດຍກຸ່ມໂອເປັກພຣັສ ເຊິ່ງລວມເຖິງຣັດເຊຍ ມີທ່າອ່ຽງຈະປັບຫຼຸດປະລິມານນ້ຳມັນລົງປະມານ 500.000 ຫາ 1 ລ້ານບາເຣວຕໍ່ມື້.

ນອກນັ້ນຍັງລະບຸຕື່ມວ່າ ຣັດເຊຍສະເໜີໃຫ້ໂອເປັກພຣັສ ຫຼຸດການຜະລິດນ້ຳມັນລົງເຖິງ 1 ລ້ານບາເຣວຕໍ່ມື້.

ສ່ວນການປະຊຸມໂອເປັກພຣັສຄັ້ງຫຼ້າສຸດແມ່ນວັນທີ 6 ກັນຍາ ທີ່ຜ່ານມານັ້ນ ທີ່ປະຊຸມມະຕິປັບຫຼຸດກຳລັງການປະລິດ 100.000 ບາເຣວຕໍ່ມື້ ສຳລັບເດືອນຕຸລານີ້ເປັນການປັບຫຼຸດກຳລັງຜະລິດນ້ຳມັນຄັ້ງທຳອິດໃນຮອບ 1 ປີ ເພື່ອສະໜັບສະໜູນລາຄານ້ຳມັນໃນຕະຫຼາດໂລກ.

ແຫຼ່ງຂ່າວ ຣອຍເຕີ

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...