Homeຂ່າວການຮ່ວມມືລາວ-ກູບາ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ລາວ-ກູບາ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

Published on

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 02-04 ຕຸລາ 2022, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຖານອ້າຍນ້ອງຮ່ວມອຸດົມການອັນດຽວກັນ ໃຫ້ນັບມື້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ຫນ້າ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນຕອນບ່າຍຂອງວັນທີ 02 ຕຸລາ 2022, ຈາກນັ້ນ ກໍ່ໄດ້ມີການພົບປະສອງຝ່າຍ ຢ່າງເປັນທາງການ, ເຊິ່ງ ຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງມາຍັງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສ.ກູບາ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດ, ເຊິ່ງເປັນ​ນິ​ມິດ​ໝາຍ​ອັນ​ດີໃນການສືບຕໍ່ຮັດແໜ້ນ ແລະ ​ເສີມຂະຫຍາຍສາຍພົວພັນ​ມິດ​ຕະ​ພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ.

ການພົບປະໃນຄັ້ງນີ້ ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການຮ່ວມມືໃນຕໍ່ຫນ້າ, ເຊິ່ງ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 04 ພະຈິກ 1974 ເປັນຕົ້ນມາ, ເຊິ່ງ ການພົວພັນຮ່ວມມືດ້ານການເມືອງ ແມ່ນສືບຕໍ່ຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດ ລາວ-ກູບາ ເປັນແຕ່ລະໄລຍະ, ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກັນ ໃນບັນຫາຕ່າງໆຢ່າງເປັນປະຈຳ ລວມທັງ ໃນຮູບແບບກອງປະຊຸມທາງໄກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມື ດ້ານສາທາລະນະສຸກ, ດ້ານການສຶກສາ-ກິລາ, ເຊິ່ງເປັນຂະແໜງການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ແລະ ພົ້ນເດັ່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນໄລຍະຜ່ານມາ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນທີ່ພົ້ນເດັ່ນ, ແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ, ການສົ່ງຊ່ຽວຊານແພດຫມໍ ກູບາ ມາຊ່ວຍເຫຼືອໃຫ້ຄວາມຮູ້ແກ່ຝ່າຍລາວ, ການສົ່ງທີມຄູຝຶກມວຍສາກົນ ເພື່ອມາຝຶກແອບໃຫ້ແກ່ນັກກິລາລາວ ໃນການເຂົ້າຮ່ວມງານກິລາສຳຄັນຕ່າງໆ ແລະ ການຊ່ວຍເຫຼືອອື່ນໆ. ສອງຝ່າຍ ຢືນຢັນເຖິງຄວາມມຸ້ງໝັ້ນຈະສືບຕໍ່ຊອກຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ. ໃນຕອນທ້າຍ, ສະຫາຍນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍພອນໃຫ້ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ກູບາ ຈົ່ງປະສົບຜົນສຳເລັດໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງຫມັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບ ຄື:
1.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາຊັ້ນສູງ ແຫ່ງ ສ.ກູບາ ວ່າດ້ວຍການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດໃນໄລຍະປີ 2022-2027;
2.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສ.ກູບາ ກ່ຽວກັບການຮ່ວມມືໃນຂົງເຂດກະສິກໍາ;
3.) ແຜນການຮ່ວມມືດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສ.ກູບາ;
4.) ບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ລາຮາວານ ໃນຂົງເຂດການສຶກສາ.
ການພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ສ້າງສັນ, ກົງໄປກົງມາ ແລະ ມີຄວາມເຂົ້າໃຈກັນຖານສະຫາຍອ້າຍນ້ອງທີ່ແທ້ຈິງ ຮ່ວມອຸດົມການສັງຄົມນິຍົມອັນດຽວກັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.
———————
ນະຄອນຫຼວງວຽງຈັນ, ວັນທີ 02 ຕຸລາ 2022
ກົມການຂ່າວ, ກະຊວງການຕ່າງປະເທດ
ພະແນກໂຄສະນາ ແລະ ປະຊາສຳພັນ

ບົດຄວາມຫຼ້າສຸດ

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ...

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ. ແລະ ນີ້ຄື...

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...