spot_img
Homeຂ່າວພາຍ​ໃນຮອງເຈົ້າແຂວງອັດຕະປື ລົງຕິດຕາມການກໍ່ສ້າງໂຄງການເຂື່ອນໄຟຟ້າເຊກອງ

ຮອງເຈົ້າແຂວງອັດຕະປື ລົງຕິດຕາມການກໍ່ສ້າງໂຄງການເຂື່ອນໄຟຟ້າເຊກອງ

Published on

ວັນທີ 23 ກັນຍາ ທີ່ຜ່ານມາທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍພະແນກການກ່ຽວຂ້ອງອ້ອມຂ້າງແຂວງ ໄດ້ລົງຕິດຕາມຢ້ຽມຢາມການກໍ່ສ້າງໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ຢູ່ເມືອງສະໜາມໄຊ  ໃຫ້ກຽດຕ້ອນຮັບມີ ອໍານາດການປົກຄອງເມືອງ-ບ້ານ ພ້ອມດ້ວຍຕາງໜ້າ ບໍລິສັດ ເຂື່ອນໄຟຟ້າເຊກອງຕອນລຸ່ມ A.

ໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ຕັ້ງຢູ່ສາຍສາຂາແມ່ນໍ້າເຊກອງ ບ້ານຄັນໝາກນາວ ເມືອງສະໜາມໄຊ ແຂວງອັດຕະປື ຫ່າງຈາກເທດສະບານແຂວງ ໄປທາງທິດຕາເວັນຕົກສຽງໃຕ້ປະມານ 45 km ບໍລິສັດຜູ້ພັດທະນາໂຄງການ: ບໍລິສັດ V&H Corporation (Lao) Co.,Ltd. ເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ MOU 28 ສິງຫາ 2010 ເຊັນສັນຍາ ພັດທະນາໂຄງການ PDA 20 ມີນາ 2015 ຜ່ານມາ ໄດ້ຕໍ່ອາຍຸມາແລ້ວ 3 ຄັ້ງມີກຳລັງຕິດຕັ້ງ 86 MW, ມູນຄ່າໂຄງການ (ບໍ່ລວມສາຍສົ່ງ) : 152,88 ລ້ານໂດລາ.

ສຳລັບຜົນກະທົບເຂດກໍ່ສ້າງໂຄງການ ຢູ່ບ້ານຄັນໝາກນາວ ໂດຍສະເພາະຜົນກະທົບຊັບສິນຂອງປະຊາຊົນ ໄລຍະທີ 1 ຈຳນວນ 22 ຄອບຄົວ, ໃນນັ້ນ, ຜົນກະທົບເນື້ອທີ່ດິນຖາວອນເຂດກໍ່ສ້າງທັງໝົດ 14,94 ເຮັກຕາ, ຜົນກະທົບເນື້ອທີ່ດິນຊົ່ວຄາວເຂດກໍ່ສ້າງທັງໝົດ 9,58 ເຮັກຕາ, ມູນຄ່າການຊົດເຊີຍຊັບສິນຂອງປະຊາຊົນທີ່ຖືກຜົນກະທົບທັງໝົດ 2 ຕື້ກວ່າກີບ, ຜົນກະທົບຊັບສິນຂອງປະຊາຊົນ ໄລຍະ 2 ຈຳນວນ 22 ຄອບຄົວ ໂດຍສະເພາະຜົນກະທົບເນື້ອທີ່ດິນຖາວອນເຂດສ້າງ 6,12 ເຮັກຕາ ດິນນາ 1,70 ເຮັກຕາ, ດິນສວນ 4,08 ເຮັກຕາ, ດິນປຸກສ້າງ ຜົນກະທົບເນື້ອທີ່ດິນຊົ່ວຄາວເຂດກໍ່ສ້າງ 18,41 ເຮັກຕາ, ດິນນາ 11,68 ເຮັກຕາ, ດິນນາເຮື້ອ 4,02 ເຮັກຕາ, ມູນຄ່າການຊົດເຊີຍຊັບສິນຂອງປະຊາຊົນທີ່ຖືກຜົນກະທົບທັງໝົດ ຈຳນວນ 1 ຕື້ 800 ກວ່າລ້ານກີບ ລວມມູນຄ່າການຊົດເຊີຍ 2 ເຂດ ທັງໝົດ ຈຳນວນ 3 ຕື້ 800 ລ້ານກວ່າກີບ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...