spot_img
Homeຂ່າວພາຍ​ໃນປະກາດເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ ໃນກໍາລັງ ປກສ

ປະກາດເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ ໃນກໍາລັງ ປກສ

Published on

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ ແລະ ມັນ ໂທ ຂຶ້ນ ພັນເອກ ໃຫ້ນາຍຕໍາຫຼວດຂັ້ນສູງໃນກໍາ ລັງ ປກສ ຈໍານວນ 30 ສະຫາຍ, ໃນນີ້, ຊັ້ນພົນຈັດຕະວາ 12 ສະຫາຍ ແລະ ຊັ້ນພັນເອກ 18 ສະຫາຍ, ພ້ອມທັງປະກາດແຕ່ງຕັ້ງ ຮອງຫົວຫນ້າກົມໃຫຍ່ການເມືອງ ປກສ ໃນວັນທີ 23 ກັນຍາ 2022, ເປັນກຽດໃຫ້ການປະດັບຊັ້ນໂດຍ ຜອ ວິໄລ ຫຼ້າຄໍາຟອງ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີພະນັກງານຂັ້ນນໍາພາ-ບັນຊາອ້ອມຂ້າງກະຊວງ ເຂົ້າຮ່ວມ.

ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງ ປະທານ ປະເທດ ສະບັບເລກທີ 172-183/ປປທ, ລົງວັນທີ 19 ກັນຍາ 2022 ວ່າດ້ວຍ ການເລື່ອນຊັ້ນນາຍ ຕໍາຫຼວດ ຊັ້ນພັນເອກ ຂຶ້ນ ພົນຈັດຕະວາ ມີຄື:

– ພົຈວ ພູນສະຫວັນ ພັນທະເສນາ ຫົວຫນ້າກອງບັນຊາການປ້ອງກັນເຄື່ອນທີ່
– ພົຈວ ສາຍສະຫມອນ ພາລະມີໄຊ ຮອງຫົວຫນ້າກົມໃຫຍ່ສັນຕິບານ
– ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວຫນ້າກົມໃຫຍ່ສັນຕິບານ
– ພົຈວ ປອ ບົວພັນ ຝອງມະນີ ຫົວຫນ້າກອງບັນຊາການ ປກສ ນວ
– ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວຫນ້າກົມໃຫຍ່ຕໍາຫຼວດ

– ພົຈວ ພອນໄຊ ຍົດສົມບັດ ຮອງຫົວຫນ້າຫ້ອງວ່າການກະຊວງ ປກສ ່                                                           – ພົຈວ ສີວອນ ໄຊຍະວົງ ຫົວຫນ້າກອງບັນຊາການ ປກສ ແຂວງອຸດົມໄຊ
– ພົຈວ ອິນສົມ ທໍລະສິນ ຫົວຫນ້າກອງບັນຊາການ ປກສ ແຂວງຫຼວງນ້ໍາທາ                                                     – ພົຈວ ສົມຫມາຍ ພົມມະຈັນ ຫົວຫນ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ                                           –  ພົຈວ ສີເວີນ ແກ້ວສີວົງສາ ຫົວຫນ້າກອງບັນຊາການ ປກສ ແຂວງອັດຕະປື                                                    – ພົຈວ ສີເສີດ ສອນດາລາ ຫົວຫນ້າກອງບັນຊາການ ປກສ ແຂວງສາລະວັນ
ພ້ອມທັງຜ່ານດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 303-320/ນຍ, ລົງວັນທີ 2 ກັນຍາ 2022 ວ່າດ້ວຍ ການເລື່ອນຊັ້ນນາຍຕໍາຫຼວດ ຊັ້ນພັນໂທ ຂຶ້ນ ພັນເອກ ມີຄື:

– ພັອ ຄອນ ສະຫວັນ ເຄນສຸວັນ ຮອງຫົວຫນ້າກົມກໍ່ສ້າງກໍາລັງກົມໃຫຍ່ການເມືອງ ປກສ                                         – ພັອ ວັນໄຊ ຈັນທະສຸກ ຮອງຫົວຫນ້າກົມພະນັກງານກົມໃຫຍ່ການເມືອງ ປກສ                                                   – ພັອ ບົວສີ ເພັດສີຄາມ ຮອງຫົວຫນ້າກົມເຕັກນິກສະເພາະກົມໃຫຍ່ສັນຕິບານ                                                   – ພັອ ບຸນຊູ ສິມມະນີວົງ ຮອງຫົວຫນ້າກົມ 204 ກົມໃຫຍ່ສັນຕິບານ
– ພັອ ເພັດດາວົງ ແກ້ວກັນຍາ ຮອງຫົວຫນ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງກົມໃຫຍ່ສັນຕິບານ ່                         – ພັອ ໄຊຍະພອນ ພົມມະບຸດ ຮອງຫົວຫນ້າກົມ 203 ກົມໃຫຍ່ສັນຕິບານ

 – ພັອ ວຽງຄອນ ໄຊຍະສີ ຮອງຫົວຫນ້າກົມຕໍາຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດ                                                 – ພັອ ວົງໄຊ ພັນທະວົງ ຮອງ ຫົວຫນ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດກົມໃຫຍ່ຕໍາຫຼວດ                           – ພັອ ມັກ ວິໄລພົນ ຮອງຫົວຫນ້າກົມພົວພັນຕ່າງປະເທດຫ້ອງວ່າການກະຊວງ ປກສ                                           – ພັອ ວຽງໄຊ ດວງຕາວັນ ຫົວຫນ້າຫ້ອງການກົມກວດກາ-ກວດການ                                                           – ພັອ ບຸນລຽນ ແສນວົງ ຮອງຫົວຫນ້າກອງບັນຊາການ ປກສ ແຂວງຜົ້ງສາລີ                                                   – ພັອ ອໍາພອນ ນັ້ນມະຈັນ ຮອງຫົວຫນ້າກອງບັນຊາການ ປກສ ແຂວງຫົວພັນ

– ພັອ ບຸນແພງ ລໍນີຈັນ ຮອງຫົວຫນ້າກອງບັນຊາການ ປກສ ແຂວງອຸດົມໄຊ                                                    – ພັອ ຈັນໄຊ ຈັນທະວົງ ຮອງຫົວຫນ້າກອງບັນຊາການ ປກສ ແຂວງຄໍາມວນ                                                    – ພັອ ກອງມີ ມຽງມະນີ ຮອງຫົວຫນ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ                                             – ພັອ ເອກະລາດ ແທ່ງສົມບັດ ຮອງຫົວຫນ້າກອງບັນຊາການ ປກສ ແຂວງສາລະວັນ                                            – ພັອ ບຸນສົງ ຈັນທະວົງສັກ ຮອງຫົວຫນ້າກອງບັນຊາການ ປກສ ແຂວງຈໍາປາສັກ                                                – ພັອ ສັກສິດ ສີພັນດວງ ຮອງຫົວຫນ້າກອງບັນຊາການ ປກສ ແຂວງອັດຕະປື
ຈາກນັ້ນ, ກໍ່ໄດ້ຜ່ານດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 213/ນຍ, ລົງວັນທີ 2 ສິງຫາ 2022 ວ່າດ້ວຍ ການແຕ່ງຕັ້ງ ພົຈວ ແອນ ອຸ່ນອານົງນຸດ ເປັນ ຮອງຫົວຫນ້າກົມໃຫຍ່ການເມືອງ ປກສ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...