ຊຸດປະຈຳຊາດຂອງມີສແກຣນດ໌ລາວ ປະຈຳປີ 2022

0
640

ເປີດໂຕຊຸດ “ມາເຍີ້ຂວັນເອີ້ຍ” ຊຸດປະຈຳຊາດຂອງມີສແກຣນດ໌ລາວ ປະຈຳປິ 2022 ທີ່ຈະນຳໃຊ້ເຂົ້າໃນການປະກວດ MISS GRAND INTERNATIONAL 2022.

ວັນທີ 23 ກັນຍາ 2022 ໄດ້ຈັດພິທີເຊັນສັນຍາ ຮ່ວມມືໂຄງການຈັດການປະກວດ MISS GRAND LAOS 2023 ລະຫວ່າງ ພາມໂມເດວລິ່ງ ເອເຈນຊີ່ ໂດຍ ທ່ານສາຍແກ້ວ ສີດາວົງ ຜູ້ຖືລິຂະສິດ MISS GRAND LAOS ແຕ່ພຽງຜູ້ດຽວ ກັບ ທ່ານນາງ ທິບພາວັນ ພູມສະຫວັນ ຜູ້ບໍລິຫານ ທິບສະຫວັນ ຄອສເມຕິກ.

ໃນນັ້ນ ທາງກອງປະກວດໄດ້ເປີດໂຕຊຸດປະຈຳຊາດ (National Costume) ຂອງ MISS GRAND LAOS 2022 ໂດຍຊື່ວ່າ “ມາເຍີ້ຂວັນເອີ້ຍ” ເພື່ອເຂົ້າຮ່ວມການປະກວດຂອງ MISS GRAND INTERNATIONAL 2022 ທີ່ຈະຈັດຂຶ້ນທີ່ອິນໂດເນເຊຍ ໃນວັນທີ 25 ສິງຫາ ໂດຍມີນາງ ພຸດສະຫວັນ ວົງຄຳ ຜູ້ຊະນະການປະກວດ MISS GRAND LAOS 2022 ເປັນຕົວແທນຂອງການປະກວດໃນຄັ້ງນີ້.

ພາບ ແລະ ຂ່າວ ຈາກ Miss Grand Laos – ມີສແກຣນດ໌ລາວ