spot_img
Homeຂ່າວທ້ອງຖິ່ນດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 503 ຕື້ກວ່າກີບ

ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 503 ຕື້ກວ່າກີບ

Published on

ທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງເມື່ອບໍ່ດົນມານີ້ວ່າ: ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ – ວັງເຕົ່າ ສົກປີ 2022 ແມ່ນຈະໃຫ້ໄດ້ທັງໝົດ 796 ຕື້ກີບ. ໃນນັ້ນ, ຈະໃຫ້ໄດ້ຈາກດ່ານພາສີສາກົນວັງເຕົ່າ 581 ຕື້ກີບ ແລະ ຫ້ອງການພາສີປະຈໍາ ທ່າບົກ-ວັງເຕົ່າ 215 ຕື້ກີບ. ໃນ 8 ເດືອນ ປີ 2022 ສາມາດເກັບລາຍຮັບໄດ້ 503 ຕື້ກວ່າກີບເທົ່າກັບ 63,27% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 44 ຕື້ກວ່າກີບ, ເທົ່າກັບ 9,65%.

ທ່ານ ແກ້ວອຸດອນ ພາລີຈັນ ກ່າວຕື່ມວ່າ: ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ເກີນແຜນ ຍ້ອນພວກເຮົາມີກົດໝາຍພາສີ, ກົດໝາຍຂອງຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ບັນດານິຕິກໍາລຸ່ມກົດ ໝາຍ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ມີເຄື່ອງມືທີ່ທັນສະໄໝນຳໃຊ້ເຂົ້າໃນການບໍລິການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ (Asycuda), ການກວດກາສິນຄ້າ ເຄື່ອງຂອງ ເຂົ້າ-ອອກ ຜ່ານດ່ານດ້ວຍລະບົບສາຍແສງ (Scanner), ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ, ພາຫະນະຂົນສົ່ງສິນຄ້າ, ຕູ້ບັນທຸກສິນຄ້າ (ຕູ້ຄອນເທນເນີ້) ດ້ວຍລະບົບເອເລັກໂຕຣນິກ, ສຳຄັນຄືຜູ້ປະກອບການຈິງໃຈເສຍພາສີຕາມລະບຽບການ.

ສໍາລັບທິດທາງວຽກຈຸດສຸມໃນ 4 ເດືອນທ້າຍປີ, ຫົວໜ້າພາສີດ່ານສາກົນວັງເຕົ່າ ກ່າວວ່າ: ຈະສູ້ຊົນຈັດຕັ້ງປະຕິບັດການຈັດເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ການຈັດຕັ້ງມອບໝາຍ ຄື: 295 ຕື້ກີບ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 175 ຕື້ກີບ, ກວມ 30,12% ຂອງແຜນປີ; ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 120 ຕື້ກີບ ກວມ 55.68%.

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...