spot_img
Homeຂ່າວຕ່າງປະເທດສົມເດັດພະເຈົ້າຊາວສ ທີ່ 3 ພະລາຊາອົງໃໝ່ຂອງອັງກິດ

ສົມເດັດພະເຈົ້າຊາວສ ທີ່ 3 ພະລາຊາອົງໃໝ່ຂອງອັງກິດ

Published on

ເຈົ້າຊາຍ ຊາວສ Charles ເປັນຜູ້ສືບທອດບັນລັງ ເປັນສົມເດັດພະເຈົ້າຊາວສ ທີ່ 3 ຫຼັງຈາກທີ່ສົມເດັດລາຊະນີ ອາລິດສະເບັດ ທີ່ 2 ໄດ້ສະຫວັນນະຄົດ ໃນອາຍຸ 96 ປີ.

ສຳນັກຂ່າວ ບີບີຊີ ລາຍງານວ່າ ເຈົ້າຊາຍ ຊາວສ ສືບທອດບັນລັງເປັນ “ສົມເດັດພະເຈົ້າຊາວສ ທີ່ 3” ດ້ວຍອາຍຸ 73 ປີ ແຕ່ຕ້ອງໄດ້ຕັດສິນໃຈເລື່ອງໃຊ້ຊື່ປັດຈຸບັນ ຄື “ຊາວສ” Charles ຫຼື ຊື່ກາງຊື່ໃດໜຶ່ງຈາກຊື່ເຕັມວ່າ ” ຊາວສ ຟິຟິບ ອາເທີ ຈອນ” ຂະນະທີ່ເຈົ້າຊາຍ ວິລລຽມ ທີ່ໄດ້ເປັນຜູ້ສືບທອດລາດສັນຕິຕິວົງ ລຳດັບທີ່ 1 ຈະໄດ້ປ່ຽນຍົດຈາກ ດຸກແຫ່ງແຄມບຣິດ ເປັນ ” ດຸກແຫ່ງຄອນວອລ”.

“ສົມເດັດພະເຈົ້າຊາວສ ທີ 3″ ຈະໄດ້ດຳລົງຕຳແໜ່ງເປັນ ປະມຸກແຫ່ງອັງກິດຢ່າງເປັນທາງການໃນວັນເສົາ ວັນທີ 10 ກັນຍາ 2022 ທີ່ຈະຈັດຂຶ້ນໃນກຸງລອນດອນ ແລ້ວຈະໄດ້ໃສ່ມົງກຸດທອງຄຳ ມີຊື່ວ່າ ” ເຊັນ ເອັນເວິດ ຄຣາວ” ທີ່ສ້າງແຕ່ປີ 1661 ໃຫ້ແກ່ກະສັດອົງໃໝ່ ເຊິ່ງປັດຈຸບັນຖືກເກັບຮັກສາໄວ້ຢູ່ ຫໍຄອຍລອນດອນ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...