spot_img
Homeຂ່າວພາຍ​ໃນສະເຫຼີມສະຫຼອງວັນສ້າງ ຕັ້ງ ສນຫລ ຄົບຮອບ 20 ປີ

ສະເຫຼີມສະຫຼອງວັນສ້າງ ຕັ້ງ ສນຫລ ຄົບຮອບ 20 ປີ

Published on

ພິທີສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ(ສນຫລ) ຄົບຮອບ 20 ປີ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ ທີ່ສະໂມສອນໃຫຍ່ການເມືອງກອງທັບ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສ ປປ ລາວ, ປະທານກິດຕິມະສັກ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ, ປະທານ ສນຫລ, ສະຫາຍ ພັນເອກ ພິເສດ ຫວໍວັນຖົງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມປະຈໍາ, ມີບັນດາ ສະຫາຍ ກຳມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ກ່າວວ່າ: ຜົນງານທີ່ພົ້ນເດັ່ນຂອງ ສນຫລ ໃນຕະຫລອດໄລຍະ 20 ປີຜ່ານມາ, ຄະນະນຳສະຫະພັນນັກຮົບເກົ່າແຕ່ລະຂັ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ເຮັດໜ້າທີ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຕໍ່ບັນດາສະຫາຍນັກຮົບເກົ່າ, ພະນັກງານ-ລັດຖະກອນດ້ວຍຫລາຍຮູບຫລາຍວິທີ; ກ່ອນອື່ນໝົດແມ່ນໄດ້ຫັນລົງຮາກຖານ, ເກັບກຳສະພາບການເມືອງແນວຄິດ, ຮັບຟັງຄຳຄິດຄຳເຫັນຂອງແຕ່ລະເປົ້າໝາຍ; ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ; ຈັດຕັ້ງປາຖະກະຖາມູນເຊື້ອ, ເຜີຍແຜ່ສະ ພາບການ, ໂຮມຊຸມນຸມສະເຫລີມສະຫລອງ ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ-ລັດ, ຂອງກຳ ລັງປະກອບອາວຸດ ແລະ ຂອງອົງການຕົນ; ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ກົດລະບຽບຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວຢ່າງທົ່ວເຖິງ, ທຸກໆວັນບຸນຂອງພັກ, ຂອງລັດ, ກຳລັງປະກອບອາວຸດ ແລະ ນັກຮົບເກົ່າ ກໍຄືວັນສຳຄັນຕ່າງໆ. ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ໄດ້ຈັດພະນັກງານການນຳຂອງຕົນລົງປາຖະກະຖາຢູ່ບັນດາກະຊວງ, ສະຖາບັນ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ກົມກອງຕ່າງໆ ເພື່ອຫວນຄືນມູນເຊື້ອ ແລະ ຜົນງານອັນໂດດເດັ່ນທີ່ມີເນື້ອໃນ, ມີຄວາມໝາຍສຳຄັນ ແລະ ເປັນການສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານ, ລັດຖະກອນໄດ້ເຊື່ອມຊຶມກຳແໜ້ນ ແລະ ສືບຕໍ່ຮໍ່າຮຽນ, ສືບທອດເອົາມູນເຊື້ອທີ່ພໍ່ແມ່, ອາວອາ, ປ້າລຸງ ໄດ້ສ້າງໃນໄລຍະຜ່ານມາ, ໄດ້ຊຸກຍູ້ຂະບວນການແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າຕິດພັນກັບການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຕິບັດວຽກງານ 3 ສ້າງ ຫັນລົງຊຸກຍູ້ຮາກຖານຢ່າງເປັນຂະບວນການຟົດຟື້ນ ເຮັດໃຫ້ມີນັກຮົບເກົ່າ 3 ດີ 6 ຮັກສາ 16 ພັນກວ່າຄົນ, ກວມ 32%. ສະຫະພັນນັກຮົບເກົ່າ 3 ດີ 6 ຮັກສາ ຂັ້ນບ້ານ, ຂັ້ນເມືອງ, ຂັ້ນແຂວງ ກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ.

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ກ່າວຕື່ມວ່າ: ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອ ແລະ ຜົນງານ ສນຫລ ທີ່ຍາດມາໄດ້ໃນຕະຫລອດ 20 ປີ ຜ່ານມາ, ທັງຈັດຕັ້ງຜັນຂະຫຍາຍເນື້ອໃນຈິດ ໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕິດພັນກັບມະຕິກອງປະຊຸມຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ IV ຂອງຕົນ; ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຫງອກງາມຍິ່ງໆຂຶ້ນ, ຕໍ່ໜ້າສະຫະພັນນັກຮົບເກົ່າທຸກຂັ້ນ ຈະສຸມໃສ່ປະ ຕິບັດໜ້າທີ່ຕົ້ນຕໍດັ່ງນີ້: ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດຂອງພະນັກງານນັກ ຮົບເກົ່າ, ກໍຄືຂອງສະຫະພັນນັກຮົບເກົ່າ ໃຫ້ທະຫານ, ຕຳຫລວດ, ພະນັກງານ-ລັດຖະກອນ ແລະ ປະ ຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງ, ກ້ວາງຂວາງ ຕິດພັນກັບການເຊື່ອມຊຶມ; ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ IV ໃຫ້ເປັນຂະ ບວນການ ແລະ ມີໝາກຜົນຕົວຈິງ; ສືບຕໍ່ຫັນລົງກໍ່ສ້າງຮາກຖານຢ່າງແຂງແຮງ ເຊີດຊູຄວາມຮັບຜິດຊອບໃນການພັດທະນາ ສະຫະພັນນັກຮົບເກົ່າຕິດພັນກັບວຽກງານ 3 ສ້າງ; ພ້ອມກັນສ້າງຂະບວນການແຂ່ງ ຂັນ “ຮັກຊາດ ແລະ ພັດທະນາ” ໄປຄຽງຄູ່ກັບການປະຕິບັດ 7 ແຜນງານ, 31 ໂຄງການ, ເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ ແຕ່ນີ້ຮອດປີ 2025 ໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ກໍໄດ້ໂອ້ລົມຕໍ່ພິທີທີ່ມີຄວາມໝາຍສໍາຄັນ ວ່າ: ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງນັກຮົບເກົ່າ, ຍູ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ແຂງແຂງ, ຕໍ່ເນື່ອງ ຮຽກຮ້ອງມາຍັງສະຫະພັນນັກຮົບເກົ່າແຕ່ລະຂັ້ນ ແລະ ບັນດານັກຮົບເກົ່າທຸກສະຫາຍ ໃຫ້ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນດີງາມຂອງຕົນ, ເພີ່ມທະວີຄວາມສາ ມັກຄີ ຮັກແພງພາຍໃນຖັນແຖວ ແລະ ສາມັກຄີກັບທຸກຊັ້ນຄົນໃນສັງຄົມ, ປະກອບສ່ວນເຂົ້າໃນການສ້າງກ້ອນກໍາລັງມະຫາສາມັກຄີ, ອັນເປັນປຶກແຜ່ນຂອງປວງຊົນລາວຢູ່ອ້ອມຂ້າງພັກ-ລັດ, ບັນດາສະຫາຍນັກ ຮົບເກົ່າ ລ້ວນແຕ່ເປັນນັກຮົບປະຕິວັດ, ໄດ້ຜ່ານການທົດສອບໃນແປວໄຟສົງຄາມ ແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄືນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ, ເປັນຜູ້ຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ. ເຖິງວ່າມາໃນໄລຍະໃໝ່ນີ້, ໄດ້ຖືກຜົນກະທົບຈາກສະພາບແວດລ້ອມ ແລະ ສິ່ງທ້າທາຍທົດສອບນາໆປະການກໍຕາມ, ແຕ່ຂໍໃຫ້ບັນດາສະຫາຍສືບຕໍ່ຮັກສາໄວ້ມູນເຊື້ອປະຕິວັດອັນດີງາມ ແລະ ກຽດສັກສີອັນສູງສົ່ງຂອງຕົນ ເຊິ່ງແມ່ນສິ່ງທີ່ປະເສີດເລີດລໍ້າ ແລະ ມີຄວາມໝາຍສໍາຄັນຕໍ່ພາລະກິດປະຕິວັດໃນໄລຍະໃໝ່, ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ, ມີສະຕິລະວັງຕົວ, ສາມາດກໍາໄດ້ບັນຫາ, ຕີຖອຍຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີ ແລະ ໃຫ້ສະເຫນີຄວາມຄິດຄວາມເຫັນ ດ້ວຍຄວາມບໍລິສຸດໃຈ ແລະ ສ້າງສັນ ຕໍ່ການນໍາຂັ້ນຕ່າງໆ ເພື່ອໄດ້ນໍາໄປພິຈາລະນາແກ້ໄຂຕາມທາງຄວນ.

ສືບຕໍ່ໝູນໃຊ້ບົດຮຽນປະສົບການອັນອຸດົມສົມບູນໃນການຊີ້ນໍານໍາພາ ແລະ ບັນຊາ ໃນການກໍ່ສ້າງຮາກຖານການເມືອງ, ຂົນຂວາຍປຸກລະດົມປະຊາຊົນ ແລະ ກໍ່ສ້າງກໍາລັງ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ໃນໄລຍະໃໝ່ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຜັນຂະ ຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດ; ການຈັດຕັ້ງປະຕິບັດນະໂຍບາຍ 3 ສ້າງ ກໍຄື ທິດທາງ, ໜ້າທີ່ວຽກງານ ຂອງສະຫະພັນນັກຮົບເກົ່າ ໃຫ້ເກີດຜົນຕົວຈິງ; ເອົາໃຈໃສ່ສືບຕໍ່ປັບປຸງແບບແຜນ, ເນື້ອໃນ, ຮູບການ ແລະ ວິທີການ ເຄື່ອນໄຫວຂອງຕົນ ໃຫ້ແທດເຫມາະກັບແຕ່ລະເປົ້າຫມາຍ; ອັນສໍາຄັນທີ່ສຸດ ແມ່ນຕ້ອງສ້າງເງື່ອນໄຂໃຫ້ມະຫາຊົນ, ພະ ນັກງານທີ່ກະສຽນບໍານານແລ້ວ ແຕ່ບໍ່ໄດ້ເປັນສະມາຊິກຂອງສະຫະພັນ ມີບ່ອນດໍາເນີນຊີວິດ ແລະ ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ຈາກນັ້ນ ກໍເຮັດໜ້າທີ່ ໂຄສະນາປຸກລະດົມ ເພື່ອຈັດຕັ້ງນໍາພາມະຫາຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດທຸກໜ້າທີ່ ວຽກງານຂອງພັກ ແລະ ລັດ ວາງອອກໃຫ້ເກີດໝາກຜົນຕົວຈິງ, ເຕົ້າໂຮມຖັນແຖວນັກຮົບເກົ່າ ກໍຄືປວງຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນສັງຄົມ, ເພດໄວເຂົ້າ ໃນການປະຕິບັດສອງໜ້າທີ່ຍຸດທະສາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ.

ໃນຖານະເປັນອົງການຈັດຕັ້ງການເມືອງ-ສັງຄົມ ຢູ່ໃນລະບົບການເມືອງຂອງລະບອບ ປະຊາທິ ປະໄຕປະຊາຊົນ, ສະຫະພັນນັກຮົບເກົ່າທຸກຂັ້ນ ຕ້ອງເພີ່ມທະວີການປະສານສົມທົບກັບບັນດາອົງ ການ ຈັດຕັ້ງພາຄີ ແລະ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງບູລະນະ ລະບົບການເມືອງ, ເສີມຂະຫຍາຍສິດ ປະຊາທິປະໄຕ ຂອງປະຊາຊົນ, ເຂົ້າຮ່ວມໃນການປັບປຸງກໍ່ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ສ້າງລັດໃຫ້ລັດເປັນລັດແຫ່ງກົດໝາຍ ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະ ໂຫຍດຂອງ ປະຊາຊົນຢ່າງແທ້ຈິງ; ເອົາໃຈໃສ່ຮ່ວມກັບອົງການຈັດຕັ້ງພັກ-ລັດຂັ້ນຕ່າງໆ ສຶກສາອົບຮົມໃຫ້ປະຊາຊົນ ມີ ການປະກອບສ່ວນຢ່າງເປັນເຈົ້າການ ເຂົ້າໃນການສ້າງສາພັດທະນາປະເທດຊາດອັນແທ້ຈິງ, ປະຕິບັດບັນດາແນວທາງແຜນນະໂຍບາຍຂອງພັກ-ລັດ, ເຮັດໃຫ້ປະຊາຊົນຮູ້ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ຕິດພັນກັບການເຊີດຊູຄວາມຮັບຜິດຊອບ ໃນການປະຕິບັດສິດ ແລະ ພັນທະມົນລະເມືອງ ເປັນຕົ້ນແມ່ນ ຮູ້ເຄົາລົບ ແລະ ດໍາລົງຊີວິດໄປຕາມລະບຽບກົດໝາຍຂອງບ້ານເມືອງຢ່າງເຂັ້ມງວດ.

ໃນພິທີທີ່ມີຄວາມໝາຍສໍາຄັນ ສະຫາຍ ທອງລຸນ ສີສຸລິດ ໄດ້ປະດັບຫລຽນໄຊພິລະອາດຫານ ຊັ້ນ I ໃຫ້ແກ່ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...