spot_img
Homeຂ່າວຕ່າງປະເທດປະເທດທີ່ສາມາດສ້າງເຮືອບັນທຸກເຮືອບິນເອງໄດ້

ປະເທດທີ່ສາມາດສ້າງເຮືອບັນທຸກເຮືອບິນເອງໄດ້

Published on

ໄອເອັນເອສ ວິກຣານ (INS Vikrant) ເປັນເຮືອບັນທຸກເຮືອບິນລຳທຳອິດຂອງອິນເດຍທີ່ສ້າງຂຶ້ນເອງ ແລະ ຍັງມີບັນດາປະເທດທີ່ມີຄວາມຮູ້ທາງດ້ານເຕັກນິກ ແລະ ຄວາມສາມາດໃນການສ້າງເຮືອຮົບຂະໜາດໃຫຍ່ຄື ອາເມຣິກາ ອັງກິດ ຈີນ ຣັດເຊຍ ຝຣັ່ງ ແລະ ຍີ່ປຸ່ນ.

ໄອເອັນເອສ ວິກຣານ ບໍ່ແມ່ນເຄື່ອງຈັກສົງຄາມ ແຕ່ເປັນຢ່າງໜຶ່ງທີ່ສະແດງໃຫ້ເຫັນເຖິງທັກສະ ແລະ ຄວາມສາມາດຂອງອິນເດຍທີ່ສາມາດສ້າງເຮືອລຳນີ້ທີ່ມີຄວາມຍາກ ແລະ ຊັບຊ້ອນໄດ້.

ດ້ວຍສາເຫດນີ້ ອິນເດຍຈຶ່ງໄດ້ເຂົ້າຮ່ວມກັບບັນດາປະເທດທີ່ມີຄວາມສາມາດສ້າງ ແລະ ພັດທະນາເຮືອຮົບຂະໜາດໃຫຍ່ໄດ້, ໂດຍປັດຈຸບັນ ໂລກເຮົາມີເຮືອບັນທຸກເຮືອບິນທັງໝົດ 47 ລຳໃນໂລກ ໃນນັ້ນມີເຮືອບັນທຸກເຮໂລ (Helo) 25 ລຳ ເປັນເຮືອຮົບທີ່ບັນທຸກຍົນເຮລິຄັອບເຕີ.

ອາເມຣິກາ

ອາ​ເມ​ຣິ​ກາ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ໃນ​ການ​ຜະ​ລິດ​ເຮືອບັນ​ທຸກ​ເຮືອ​ບິນ.

ຢູເອສເອສ ແລງລີ USS Langley (CV-1) ເປັນເຮືອບັນທຸກເຮືອບິນລຳທຳອິດຂອງກອງທັບເຮືອສະຫະລັດອາເມຣິກາ ເມື່ອຖືກມອບໝາຍເຂົ້າປະຈຳການ ໃນເດືອນມີນາ 1922 ໂດຍເຮືອລຳນີ້ຖືກດັດແປງມາຈາກເຮືອຮົບຈູປີເຕີ, ເຮືອບັນທຸກເຮືອບິນ USS Langley (CV-1) ຍັງໄດ້ເຂົ້າໃຊ້ໃນສົງຄາມໂລກຄັ້ງທີ 2 ອີກດ້ວຍ.

ເຮືອບັນທຸກເຮືອບິນຂະໜາດໃຫຍ່ຂອງເອເມຣິກາ ມີທັງໝົດ 11 ລຳ ໂດຍເປັນເຮືອທີ່ໃຊ້ພະລັງງານນິວເຄຼຍ ສາມາດບັນທຸກເຮືອບິນຮົບປະມານ 80 ລຳ ແຕ່ລະລຳເປັນເຮືອບັນທຸກທີ່ໃຫຍ່ທີ່ສຸດໃນໂລກ.

ອັງກິດ

ສະຫະລາດຊະອານາຈັກ (ອັງກິດ) ໄດ້ເຮັດການທົດລອງເຮືອບັນທຸກເຮືອບິນລຳທຳອິດໃນຊ່ວງ ສົງຄາມໂລກຄັ້ງທີ 1 ໂດຍມັນຖືກພັດທະນາມາຈາກ ເຮືອ HMS Argus ທີ່ບັນທຸກເຮືອບິນລຳທຳອິດໂດຍມີແຕ່ດາດຟ້າ ບໍ່ມີສິ່ງກີດຂວາງ.

ໂດຍປັດຈຸບັນ ອັງກິດມີເຮືອບັນທຸກເຮືອບິນທັງໝົດ 2 ລຳຄື HMS Queen Elizabeth ແລະ HMS Price of Wales.

ຣັດເຊຍ

ໃນປີ 1967 ໂຊວຽດໄດ້ເປີດຕົວເຮືອບັນທຸກເຮືອບິນລຳທຳອິດ ທີ່ຊື່ວ່າ Moskva ໂດຍມີຈຸດປະສົງຄືເຮືອບັນທຸກເຮລິຄັອບເຕີ ໃນຊ່ວງສົງຄາມເຢັນ ສະຫະພາບໂຊວຽດໄດ້ພັດທະນາ Admiral Kuznetsov ເຊິ່ງເປັນເຮືອບັນທຸກເຮືອບິນທີ່ໃຫຍ່ທີ່ສຸດໃນໂລກ ພໍຕົກມາຮອດປັດຈຸບັນ ຣັດເຊຍໄດ້ມີເຮືອບັນທຸກເຮືອບິນ 1 ລຳ ຊື່ວ່າ Varan.

ຈີນ

ໃນປີ 2016​ ຈີນໄດ້ປ່ຽນເຮືອບັນທຸກເຮືອບິນ ຂອງໂຊວຽດ ໃຫ້ເປັນ ຫຼຽວໜິງ ທີ່ເປັນເຮືອບັນທຸກເຮືອບິນລຳທຳອິດຂອງອາຊີ ມາໃນປີ 2019 ຈີນກໍໄດ້ສ້າງເຮືອບັນທຸກເຮືອບິນລຳທຳອິດຂອງຕົນເອງຂຶ້ນມາ ຊື່ວ່າ Shandong ປັດຈຸບັນ ວັນທີ17 ມິຖຸນາ 2022 ຈີນກໍ່ໄດ້ເປີດໂຕເຮືອບັນທຸກເຮືອບິນ ລຳໃໝ່ຄື ຝູຈ້ຽນ.

 

ຝຣັ່ງ

ປັດຈຸບັນ ຝຣັ່ງມີເຮືອບັນທຸກເຮືອບິນ ປະຕິບັດການຢູ່ລຳໜຶ່ງຄື Charles de Gaulle ໂດຍເຮືອລຳນີ້ໄດ້ເລີ່ມສ້າງຕັ້ງແຕ່ປີ 14 ເມສາ1989 ໄດ້ເປີດໂຕຢ່າງເປັນທາງການໃນປີ 1994 ແຕ່ໄດ້ເລີ່ມນຳເຮືອອອກເດີນໃນປີ 2001 ເຊິ່ງຖືວ່າເປັນການສ້າງທີ່ດົນນານ ໂດຍໃຊ້ເວລາໄປ 12 ປີ ເພື່ອທີ່ໄດ້ນຳມັນເອົາມາໃຊ້.

ແຕ່ໃນປັດຈຸບັນ ມີລາຍງານວ່າ ຝຣັ່ງກຳລັງສ້າງເຮືອບັນທຸກເຮືອບິນລຳທີ 2 ໂດຍຈະມີຂະໜາດໃຫຍ່ກວ່າ Charles de Gaulle ແລະ ຮອງຮັບເຮືອບິນໄດ້ຫຼາຍກວ່າ.

ຍີ່ປຸ່ນ

ໃນປີ 1941 ຍີ່ປຸ່ນໄດ້ເປີດໂຕເຮືອບັນທຸກເຮືອບິນ 6 ລຳ ທີ່ຍີ່ປຸ່ນສາມາດຜະລິດເອງຄື Akagi, Kaga, Sorya, Hiryu, Shokaku ແລະ Zuikaku ເຮືອເຫຼົ່ານີ້ໄດ້ຮັບການພັດທະນາໂດຍຄົນຍີ່ປຸ່ນ ເພື່ອສະແດງເຖິງຄວາມສາມາດທາງການທະຫານຂອງພວກເຂົາໃນຕອນນັ້ນ.

ຫຼັງຈາກສົງຄາມ ຍີ່ປຸ່ນໄດ້ສັ່ງຫ້າມເຮືອບັນທຸກເຮືອບິນ ເປັນເຄື່ອງມືໃນການເຮັດສົງຄາມ ຢ່າງໃດກໍຕາມ 80​ປີ ຕໍ່ມາ ຍີ່ປຸ່ນໄດ້ປະກາດວ່າຈະປ່ຽນເຮືອບັນທຸກເຮືອບິນ Izumo ແລະ Kaga ໃຫ້ເປັນເຮືອທີ່ສາມາດປ່ອຍ ແລະ ນຳເອົາເຮືອບິນຂັບໄລ່ F-35B Joint-Strike Fighters ກັບມາໄດ້.

ຂໍ້ມູນຈາກ Firstpost, National Museum of the US Navy

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...