spot_img
Homeຂ່າວຕ່າງປະເທດສະກຸນເງິນຍີ່ປຸ່ນອ່ອນຄ່າສຸດໃນຮອບ 24 ປີ

ສະກຸນເງິນຍີ່ປຸ່ນອ່ອນຄ່າສຸດໃນຮອບ 24 ປີ

Published on

ວັນທີ 1 ກັນຍາ 2022 ສຳນັກຂ່າວ Bloomberg ລາຍງານວ່າ: ຄ່າເງິນເຢນ (ສະກຸນເງິນຂອງຍີ່ປຸ່ນ) ໄດ້ຫຼຸດລົງຕໍ່າສຸດຕັ້ງແຕ່ປີ 1998 ເນື່ອງຈາກອັດຕາຜົນຕອບແທນຂອງພັນທະບັດລັດຖະບານທີ່ສູງຂຶ້ນ ເຮັດໃຫ້ເກີດຄວາມກົດດັນຫຼາຍຂຶ້ນຕໍ່ສະກຸນເງິນຍີ່ປຸ່ນ ໂດຍເງິນເຢນອ່ອນຄ່າລົງ 0.4% ເປັນ 139.59 ຕໍ່ໂດລາ ໃນການຊື້ຂາຍໃນວັນພະຫັດ ທີ່ໂຕກຽວ ປະເທດຍີ່ປຸ່ນ ເຊິ່ງເປັນລະດັບຕ່ຳສຸດໃນຮອບ 24 ປີ.

ໂດຍຜົນກະທົບຂອງກອງປະຊຸມຊຳມະນາ Jackson Hole ຂອງທະນາຄານກາງສະຫະລັດອາເມຣິກາ (FED) ຍັງສືບຕໍ່ເພີ່ມຂຶ້ນຜ່ານຕະຫຼາດຕ່າງໆ ຈຶ່ງເຮັດໃຫ້ອັດຕາຜົນຕອບແທນຂອງພັນທະບັດ ໄດ້ເພີ່ມຂຶ້ນ 3,2% ໃນຂະນະທີ່ອັດຕາເງິນເຟີ້ຂອງຝັ່ງເອີຣົບ ໄດ້ເພີ່ມຂຶ້ນສູງສຸດໃນເດືອນສິງຫາ ກໍສົ່ງຜົນກະທົບຕໍ່ພັນທະບັດໂລກໃນວັນພຸດ.

ຊ່ອງຫວ່າງ​ຜົນ​ຕອບ​ແທນ ຈາກການປັບອັດຕາເງິນເຟີ້ ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ​ໄດ້​ຂະຫຍາຍ​ກວ້າງ​ອອກ ແລະ ມັນໃກ້ຈະລະດັບສູງສຸດໃນປີນີ້ ຊ່ອງຫວ່າງອັດຕາຜົນຕອບແທນທີ່ແທ້ຈິງ ແມ່ນຕົວຂັບເຄື່ອນທີ່ສໍາຄັນທີ່ເຮັດໃຫ້ເງິນເຢນອ່ອນຄ່າລົງ ຍ້ອນວ່ານັກລົງທຶນສະແຫວງຫາຜົນຕອບແທນທີ່ດຶງດູດຫຼາຍກ່ວາໃນສະຫະລັດ ເມື່ອທຽບ​ກັບ​ຍີ່​ປຸ່ນ​.

ທັ້ງນີ້ ຄ່າເງິນຍີ່ປຸ່ນໄດ້ຫຼຸດລົງສູ່ 140 ເຢັນຕໍ່ 1 ໂດລາ ເຮັດໃຫ້ຫຼາຍຄົນກຳລັງຕິດຕາມການເຄື່ອນໄຫວວ່າ ມີຄວາມເປັນໄປໄດ້ທີ່ທາງການຈະເຂົ້າແຊກແຊງເພື່ອສະໜັບສະໜູນລະດັບດັ່ງກ່າວເພື່ອບໍ່ໃຫ້ມັນຂຶ້ນສູງໄປກ່ອນີ້, ໂດຍກ່ອນໜ້ານີ້ ໃນປີ 1776 ເງິນເຢັນອ່ອນຄ່າສຸດ 146 ເຢັນຕໍ່ 1 ໂດລາ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...