spot_img
Homeຂ່າວຕ່າງປະເທດຣັດຊຍຈະຢຸດການສົ່ງອອກກາສໄປຫາເອີຣົບ

ຣັດຊຍຈະຢຸດການສົ່ງອອກກາສໄປຫາເອີຣົບ

Published on

ຣັດຊຍຈະຢຸດການສົ່ງອອກກາສໄປຫາເອີຣົບ ຈຶ່ງສົ່ງຜົນໃຫ້ລາຄາກາສເພີ່ມຂຶ້ນສູງ.

ສະຖານະການພະລັງງານຂອງເອີຣົບ ຍັງສືບຕໍ່ຊຸດໂຊມລົງ, ວັນ​ທີ 31 ສິງຫາ​ນີ້ ບໍລິສັດ​ຫຸ້ນ​ສ່ວນ​ການ​ສົ່ງ​ອອກ​ພະລັງງານ​ຂອງຣັດ​ເຊຍ “Gasprom” ປະກາດ​ຢຸດຕິ​ການ​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຜ່ານ​ທໍ່​ສົ່ງ “Nord Stream 1” ທີ່​ເຊື່ອມ​ຕໍ່ລະຫວ່າງ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ​ ກັບ​ ພາກ​ເໜືອ​ຂອງ​ເຢຍລະ​ມັນ ​ໂດຍ​ກ່າວ​ວ່າ ລະບົບ​ດັ່ງກ່າວ​ໄດ້ຮອດໄລຍະ ການ​ບຳລຸງ​ຕາມ​ກຳນົດ​ເວລາ ການຢຸດເຊົາດັ່ງກ່າວ ຈະເລີ່ມໃນລະຫວ່າງວັນທີ 31 ສິງຫາ ຫາ ວັນທີ 3 ກັນຍາ ໂດຍບໍລິສັດພະລັງງານຂອງຣັດເຊຍ ໄດ້ປະກາດການຢຸດເຊົາການສົ່ງອາຍແກັສເປັນ 10 ມື້ໃນເດືອນກໍລະກົດ ທີ່ຜ່ານມານີ້.

ຂະນະ​ທີ່​ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ການຢຸດເຊົາສົ່ງອາຍແກັສຊົ່ວຄາວ ພ້ອມກັບການຫຼຸດປະລິມານສົ່ງກາສ ເຊິ່ງມັນແມ່ນເຫດຜົນໜຶ່ງ ທີ່ເຮັດໃຫ້ລາຄາພະລັງງານຂອງເອີຣົບເພີ່ມຂຶ້ນສູງ ເນື່ອງຈາກອາຍແກັສທໍາມະຊາດ ແມ່ນຊັບພະຍາກອນຕົ້ນຕໍສໍາລັບການຜະລິດໄຟຟ້າຂອງເອີຣົບ ເຊິ່ງບັນຫາ​ປະລິມານຫຼຸດ​ລົງ ​ໄດ້​ເຮັດ​ໃຫ້​ບັນດາ​ປະ​ເທດ​ເອີ​ຣົບ​ ຕ້ອງ​ຮີບ​​ເກັບ​ກຳ​ອາຍ​ແກັສ ຈົນເຮັດໃຫ້ລາຄາກາສໃນ​ຕະຫຼາດ​ເພີ່ມ​ຂຶ້ນສູງ.

ແຫຼ່ງຂ່າວຈາກ Financial Times

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...