Homeຂ່າວຕ່າງປະເທດໂຈ ໄບເດັນ ຂໍໃຫ້ລັດຖະສະພາອະນຸມັດອາວຸດໃຫ້ໄຕ້ຫວັນອີກ 1,1 ພັນລ້ານໂດລາ

ໂຈ ໄບເດັນ ຂໍໃຫ້ລັດຖະສະພາອະນຸມັດອາວຸດໃຫ້ໄຕ້ຫວັນອີກ 1,1 ພັນລ້ານໂດລາ

Published on

ລັດຖະບານຂອງປະທານາທິບໍດີອາເມຣິກາ ໂຈ ໄບເດັນ ມີແຜນການຈະຂໍໃກ້ລັດຖະສະພາອະນຸມັດການຂາຍອາວຸດໃຫ້ໄຕ້ຫວັນເປັນມູນຄ່າ 1,1 ພັນລ້ານໂດລາສະຫະລັດ.

ອ້າງອີງຈາກ POLITICO ສຳນັກຂ່າວການເມືອງຂອງອາເມຣິກາ ໄດ້ລາຍງານວ່າ: ອາວຸດທີ່ສະຫະລັດອາເມຣິກາ ມີແຜນຈະຂາຍໃຫ້ໄຕ້ຫວັນັ້ນ ລວມມີລູກສອນໄຟຕໍ່ຕ້ານເຮືອຮົບ 60 ລູກ ແລະ ລູກສອນໄຟອາກາດສູ່ອາກາດ 100 ລູກ ລວມມູນຄ່າ 1,1 ພັນລ້ານໂດລາສະຫະລັດ.

ລັດຖະບານຂອງ ທ່ານ ໂຈ ໄປເດັນ ແລະ ສະມາຊິກລັດຖະສະພາ ໄດ້ເນັ້ນຍ້ຳເຖິງການສະໜັບສະໜູນລັດຖະບານໄຕ້ຫວັນຢ່າງຕໍ່ເນື່ອງ ແລະ ມີລາຍການອາວຸດໃໝ່ຕ່າງໆ ທີ່ກຽມອະນຸມັດເພື່ອຈຳໜ່າຍໃຫ້ໄຕ້ຫວັນເປັນຈຳນວນຫຼາຍ ຈະມີການປະກາດໃນອີກບໍ່ດົນ ຫຼື ໃນເດືອນໜ້າ ແຕ່ການຈຳໜ່າຍອາວຸດເພື່ອການຮັກສາລະບົບທາງການທະຫານຂອງໄຕ້ຫວັນໃຫ້ມີຄວາມໝັ້ນຄົງ ແລະ ເຮັດໃຫ້ແຜນການສັ່ງຊື້ອາວຸດທີ່ດຳເນີນການມາແລ້ວມີຄວາມສົມບູນຂຶ້ນຫຼາຍກວ່າເພີ່ມຂີດຄວາມສາມາດໃໝ່ໆ.

ຫຼັງຈາກກະຊວງປ້ອງກັນປະເທດຂອງໄຕ້ຫວັນ ໄດ້ສະເໜີຮ່າງແຜນການງົບປະມານສຳລັບປີ 2021-2022 ສູງເປັນປະຫວັດສາດ ໂດຍສູງເຖິງ 586.000 ລ້ານໂດລາໄຕ້ຫວັນ ເພີ່ມຂຶ້ນ 13,9% ເມື່ອທຽບໃສ່ຊ່ວງເວລາດຽວກັນໃນປີກາຍນີ້ ແລະ ນັບເປັນການເພີ່ມງົບປະມານການປ້ອງກັນປະເທດຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2017.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...