Homeຂ່າວການຮ່ວມມືກອງປະຊຸມພົບປະແລກປ່ຽນ ລະຫວ່າງກອງບັນຊາການ ປກສ ເມືອງໃໝ່ ກັບກອງບັນຊາການຕໍາຫຼວດ ເມືອງດຽນບຽນ

ກອງປະຊຸມພົບປະແລກປ່ຽນ ລະຫວ່າງກອງບັນຊາການ ປກສ ເມືອງໃໝ່ ກັບກອງບັນຊາການຕໍາຫຼວດ ເມືອງດຽນບຽນ

Published on

ໃນວັນທີ 26 ສິງຫາ 2022 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການຕໍາຫຼວດ ເມືອງດຽນບຽນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ກອງບັນຊາການປກສ ເມືອງໃໝ່ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ກອງບັນຊາການຕໍາຫຼວດ ເມືອງດຽນບຽນ ແຂວງດຽນບຽນ ແຫ່ງ ສສ ຫຽດນາມ ຂຶ້ນຢ່າງເປັນທາງການ. ຝ່າຍລາວນໍາໂດຍ ທ່ານ ພັທ ຫົງຄໍາ ສັດສະດີ ກໍາມະການປະຈໍາພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງໃໝ່ ແຫ່ງ ສປປ ລາວ ພ້ອມຄະນະ. ຝ່າຍຫວຽດນາມນໍາໂດຍ ທ່ານ ພັຕ ວື່ອາບິ່ງ ຫົວໜ້າກອງບັນຊາການຕໍາຫຼວດ ເມືອງດຽນບຽນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ໃນກອງປະຊຸມ ທັງສອງຝ່າຍກໍ່ໄດ້ລາຍງານສະພາບທີ່ຕັ້ງ, ຈຸດພິເສດຂອງເມືອງ ໃຫ້ກັນຊາບ ໂດຍສະເພາະແມ່ນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ລຽນຕາມຊາຍແດນລາວ-ຫວຽດ ກໍ່ຄືລຽບຕາມຊາຍແດນ ເມືອງໃໝ່ ແຫ່ງ ສປປ ລາວ ແລະ ເມືອງດຽນບຽນ ແຫ່ງ ສສ ຫວຽດນາມ ເປັນຕົ້ນແມ່ນ: ພ້ອມກັນຕ້ານ ແລະ ສະກັດກັ້ນການລັກລອບຂົນສົ່ງ ແລະ ຊື້ຂາຍຢາເສບຕິດ, ການລີ້ຊ້ອນຕັ້ງພູມລໍາເນົາທີ່ບໍ່ຖືກຕ້ອງຂອງປະຊາຊົນ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງສອງແຂວງ ກໍ່ຄືສອງເມືອງ: ເມືອງໃໝ່ ແຫ່ງ ສປປ ລາວ ແລະ ເມືອງດຽນບຽນ ແຫ່ງ ສສ ຫວຽດນາມ ພ້ອມນີ້, ທັງສອງຝ່າຍຍັງພ້ອມກັນປຶກສາຫາລື ແລະ ວາງແຜນການໃນຕໍ່ໜ້າ ໂດຍສະເພາະ ເປັນເຈົ້າການໃນການກໍາແໜ້ນບັນດາສະພາບການທີ່ອາດເກີດຂຶ້ນຢູ່ລຽບຕາມຊາຍແດນຂອງສອງແຂວງ ພ້ອມທັງແຈ້ງໃຫ້ກັນຊາບ ຢ່າງທັນການ, ດ້ວຍການປະສານສົມທົບກັນ, ເກັບກໍາຂໍ້ມູນ ແລະ ແຫຼ່ງຂ່າວທີ່ກ່ຽວພັນເຖິງວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງສອງແຂວງ ກໍ່ຄືສອງເມືອງ ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນບັນດາເລ່ຫຼ່ຽມ ກົນອຸບາຍການເຄື່ອນໄຫ່ວມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ເພື່ອເຮັດໃຫ້ລຽບຕາມຊາຍແດນທັງສອງຝ່າຍມີຄວາມສະຫງົບສຸກໂດຍພື້ນຖານ. ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ພ້ອມກັນລົງນາມເຊັ່ນບົດບັນທຶກຊ່ວຍຈໍາ ຄັ້ງທີ VII ເພື່ອຮ່ວມກັນສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າຢ່າງທັນການ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...