spot_img
Homeຂ່າວຕ່າງປະເທດອາ​ເມ​ຣິກາຈະ​ຊ່ວຍ​ເຫຼືອວິ​ສາ​ຫະກິດຂະໜາດນ້ອຍ (SMEs) ​ໃນ​ອາ​ຊຽນ ​ໃຫ້​ຟື້ນຟູ​ຈາກການສະຖານະການ ການແຜ່ລະບາດຂອງໂຄ​ວິດ

ອາ​ເມ​ຣິກາຈະ​ຊ່ວຍ​ເຫຼືອວິ​ສາ​ຫະກິດຂະໜາດນ້ອຍ (SMEs) ​ໃນ​ອາ​ຊຽນ ​ໃຫ້​ຟື້ນຟູ​ຈາກການສະຖານະການ ການແຜ່ລະບາດຂອງໂຄ​ວິດ

Published on

ສະຫະລັດອາເມຣິກາໃຫ້ຄຳໝັ້ນສັນຍາວ່າຈະຊ່ວຍເຫຼືອວິສະຫະກິດຂະໜາດນ້ອຍ (SMEs) ໃນອາຊຽນໃຫ້ຟື້ນຟູຈາກຜົນກະທົບຂອງການລະບາດຂອງພະຍາດໂຄວີດ-19 ໂດຍເປັນສ່ວນໜຶ່ງຂອງການຊ່ວຍເຫຼືອພາຍໃຕ້ ສັນຍາວ່າດ້ວຍການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ອາຊຽນ ແລະ  ອາເມຣິກາ (TIFA-Trade and Investment Framework Agreement) ທີ່ລົງນາມໃນປີກາຍນີ້. 

ໂດຍ​ຄັ້ງ​ທຳ​ອິດ​ໄດ້​ລົງ​ນາມ​ຢູ່​ທີ່ກົວ​ລາ​ລຳ​ເປີ ປະເທດມາເລເຊຍ ​ໃນ​ປີ 2006,  ສັນຍາວ່າດ້ວຍການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ອາຊຽນ-ອາເມຣິກາ (TIFA) ​ເປັນ​ຂອບ​ເຂດ​ກຳນົດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ.

ຫົວໜ້າກົມເຈລະຈາການຄ້າລະຫວ່າງປະເທດຂອງໄທ (DTN) ກ່າວໃນອາທິດແລ້ວນີ້ວ່າ ວໍຊິງຕັນ ປະເທດອາເມຣິກາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ວຍເຫຼືອແກ່ ວິສະຫະກິດຂະໜາດນ້ອຍ (SMEs) ໃນອາຊຽນ ພາຍໃຕ້ຂໍ້ຕົກລົງສະບັບນີ້.

ນາງໄດ້ກ່າວໃນໜັງສືພິມ The Nation ຂອງປະເທດໄທວ່າ: ສໍາລັບປີ 2022-2023, ສະຫະລັດອາເມຣິກາ ໄດ້ສັນຍາວ່າຈະໃຫ້ການຊ່ວຍເຫຼືອທາງດ້ານວິຊາການແກ່ສະມາຊິກອາຊຽນ, ໂດຍສະເພາະແມ່ນທຸລະກິດອອນໄລ, ການຍົກລະດັບທັກສະແຮງງານ, ມາດຕະຖານສິ່ງແວດລ້ອມ ແລະ ໂຄງການອື່ນໆ ທີ່ອໍານວຍຄວາມສະດວກ ດ້ານການຄ້າລະຫວ່າງປະເທດ.

ທ່ານ ນາງ ອໍລະມົນ ຫົວໜ້າກົມເຈລະຈາການຄ້າລະຫວ່າງປະເທດໄທ ໄດ້ກ່າວວ່າ ການຊ່ວຍເຫຼືອໃນເທື່ອນີ້ ຈະມາໃນຮູບແບບການຍົກລະດັບຂອງ ສະຖາບັນສຶກສາວິສະຫະກິດຂະໜາດນ້ອຍໃນອາຊຽນ (ASEAN SME Academy).

ໂດຍສະຖາບັນນີ້ແມ່ນການເຝິກອົບຮົມຈາກ ວິສະຫະກິດຂະໜາດນ້ອຍ SMEs ສະໜອງໃຫ້ໂດຍບໍລິສັດ Fortune 500 ເຊັ່ນດຽວກັນກັບບໍລິສັດໃນພາກພື້ນ ແລະ ອົງການຈັດຕັ້ງສາກົນ. ຫຼັກສູດດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການທີ່ໃຫຍ່ ເພື່ອສະໜອງການເຝິກອົບຮົມ ແລະ ການໃຫ້ຄຳປຶກສາ ເພື່ອເສີມຂະຫຍາຍການເຂົ້າເຖິງຜະລິດຕະພັນດ້ານການເງິນຂອງ ວິສະຫະກິດຂະໜາດນ້ອຍໃນອາຊຽນ, ໃນຕະຫຼາດພາກພື້ນ ແລະ ສາກົນ, ການບໍລິການຂໍ້ມູນຂ່າວສານ ແລະ ໃຫ້ຄຳປຶກສາ, ແລະ ເຕັກໂນໂລຊີໃໝ່ໆ.

ອີງຕາມ ທ່ານ ນາງ ອໍລະມົນ ໄດ້ກ່າວວ່າ ສັນຍາວ່າດ້ວຍການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ອາຊຽນ-ອາເມຣິກາ  (TIFA) ຍັງ​ມີ​ຄຳ​ໝັ້ນ​ສັນຍາ​ຈາກ​ຝ່າຍ​ອາ​ຊຽນເຊັ່ນ​ດຽວ​ກັນ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ສົ່ງເສີມ ເຄືອຂ່າຍ​ຂະບວນການພາສີທີ່ໃຫ້ບໍລິການຜ່ານລະບົບເອເລັກໂຕຣນິກ (e-customs) ເຊື່ອມຕໍ່ກັບ ເຄືອຂ່າຍສະຫະລັດ​ອາ​ເມ​ລິ​ກາ ເພື່ອການດຳເນີນງານດ້ານພາສີລະຫວ່າງປະເທດ​ໃຫ້​ມີ​ປະສິດທິ​ຜົນ.

ແຫຼ່ງຂາ່ວຈາກ The Star

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...