Homeຂ່າວນໍ້າຖ້ວມເສັ້ນທາງ ເມືອງໄຊ-ເມືອງຫລາ ຍັງບໍ່ສາມາດສັນຈອນໄດ້

ເສັ້ນທາງ ເມືອງໄຊ-ເມືອງຫລາ ຍັງບໍ່ສາມາດສັນຈອນໄດ້

Published on

ຕາມການລາຍງານຂອງທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫລາ​ໃນວັນທີ​ 28 ສິງຫາ​ 2022 ໃຫ້ຮູ້ວ່າ: ມາຮອດປັດຈຸບັນເສັ້ນທາງ2E ເມືອງໄຊ-ເມືອງຫລາ ຍັງບໍສາມາດສັນຈອນໄປມາໄດ້ເນື່ອງຈາກເສັ້ນທາງ ຖືກຕັດຂາດຫລາຍຈຸດ ໄຟຟ້າ ນ້ຳປະປາແມ່ນບໍສາມາດໃຊ້ການໄດ້.

ສ່ວນລະບົບການສື່ສານໂທລະຄົມສາມາດແກ້ໄຂໄດ້ແລ້ວສອງ ເຄືອຂ່າຍເຊັ່ນ:ເຄືອຂ່າຍຢູນີເທວ ( ຫລັກ9)ແລະລາວໂທລະຄົມ(ຫລັກ5). ຕໍ່ກັບສະພາບການດັ່ງກ່າວທາງອົງການປົກຄອງແຂວງອຸດົມໄຊກໍໄດ້ລະດົມທຸກກຳລັງເຂົ້າຊ່ວຍເຫຼືອແລະໃຫ້ກຳລັງໃຈແກ່ຜູ້ປະສົບໄພໃນຄັ້ງນີ້.

ລາຍງານລ້າສຸດເວລາ17:52ນາທີຂອງວັນດຽວກັນສາມາດແກ້ໄຂສ້ອມແປງເສັ້ນທາງສຸກເສີນສາມາດເຂົ້າໄປຮອດບ້ານຫ້ວຍຫລາ(ຫລັກ21)

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...