spot_img
Homeຂ່າວພາຍ​ໃນລາວ-ຈີນ ເຊັນບົດບັນທຶກຮ່ວມມືສ້າງໂຄງການ ໜຶ່ງທາງ ສອງເຂດ

ລາວ-ຈີນ ເຊັນບົດບັນທຶກຮ່ວມມືສ້າງໂຄງການ ໜຶ່ງທາງ ສອງເຂດ

Published on

ຂປລ. ໃນວັນທີ 26 ສິງຫາ 2022 ນີ້, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງໂຄງການ “ໜຶ່ງທາງ ສອງເຂດ” ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການປົກຄອງປະຊາຊົນ ແຂວງຫູໜານ ສປ ຈີນ ຜ່ານລະບົບທາງໄກ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ ແບບເຊິ່ງໜ້າ ແລະ ແບບທາງໄກ.

ໂຄງການ “ໜຶ່ງທາງ ສອງເຂດ” ມີເປົ້າໝາຍເພື່ອປະກອບສ່ວນສົ່ງເສີມການຄ້າ ແລະ ຜະລິດຕະພັນສິນຄ້າທີ່ມີຄຸນນະພາບສູງ ເຊິ່ງ “ໜຶ່ງທາງ” ໝາຍເຖິງການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີປະສິດທິຜົນສູງ ແລະ “ສອງເຂດ” ໝາຍເຖິງການສ້າງເຂດພັດທະນາອຸດສາຫະກໍາ-ກະສິກຳທັນສະໄໝ ຢູ່ນະຄອນຫລວງວຽງຈັນ ຂອງ ສປປ ລາວ ແລະ ເຂດພັດທະນາເສດຖະກິດຈິນເຊຍ ນະຄອນຊາງຊາ ແຂວງຫູໜານ.

ໂດຍສອງຝ່າຍ ເຫັນດີເປັນເອກະພາບກັນຖືເອົາ “ສອງເຂດ” ເປັນຈຸດສູນກາງ ຮ່ວມກັນສ້າງເວທີການຮ່ວມມືລະຫວ່າງສອງຊາດ ໃນດ້ານການບໍລິການທາງດ້ານການຄ້າ, ການຂົນສົ່ງ ແລະ ການເງິນ ທີ່ພົວພັນກັບວຽກງານການຜະລິດກະສິກຳ ແລະ ປຸງແຕ່ງກະສິກຳ ໂດຍອີງໃສ່ແລວທາງເສດຖະກິດລາວ-ຈີນ ແລະ ເສັ້ນທາງລົດໄຟລາວ-ຈີນ.

ໃນນັ້ນ ທັງສອງກໍ່ຮ່ວມກັນຊຸກຍູ້ຄື:

  1. ເພີ່ມທະວີການພົວພັນປະສານງານດ້ານນະໂຍບາຍ ແລະ ຊຸກຍູ້ການເຂົ້າສູ່ລະບຽບການ,
  2. ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຫັນເປັນກະສິກຳທັນສະໄໝ,
  3. ເພີ່ມທະວີການຮ່ວມມືເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ການພັດທະນາຊົນນະບົດ,
  4. ປັບປຸງສະພາບແວດລ້ອມໃນການລົງທຶນດ້ານກະສິກຳ ແລະ ຂະຫຍາຍການລົງທຶນ ຢ່າງມີປະສິດທິຜົນ,
  5. ພ້ອມທັງສ້າງກົນໄກຮ່ວມມື ແລະ ອື່ນໆ.

ໃນໂອກາດດຽວກັນ, ອົງການປົກຄອງປະຊາຊົນ ແຂວງ ຫູໜານ ສປ ຈີນ ຍັງໄດ້ ມອບເຄື່ອງກົນຈັກກະສິກຳໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ຕື່ມອີກ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...