Homeຂ່າວພາຍ​ໃນແຈ້ງເຝົ້າລະວັງ ການປ່ອຍນ້ຳອອກຈາກເຂື່ອນ

ແຈ້ງເຝົ້າລະວັງ ການປ່ອຍນ້ຳອອກຈາກເຂື່ອນ

Published on

ຄະນະວິຊາການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສືບຕໍ່ປະສານງານກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຂໍອະນຸຍາດລາຍງານກ່ຽວກັບ ສະພາບບໍລິຫານໃນອ່າງເກັບນ້ຳຂອງເຂື່ອນ ໃນທົ່ວປະເທດ ປະຈໍາວັນທີ 26 ສິງຫາ 2012 ດັ່ງລາຍລະອຽດລຸ່ມນີ້:

1. ບັນດາເຂື່ອນໄຟຟ້າທີ່ບໍລິຫານນ້ໍາທີ່ຢູ່ໃນສະພາບປົກກະຕິ: ໂດຍລວມການບໍລິຫານນ້ຳຂອງເຂື່ອນທີ່ມີອ່າງເກັບນ້ຳຫຼາຍແຫ່ງຍັງຢູ່ໃນເກນປົກກະຕິ. ສໍາລັບເຂື່ອນທີ່ເປັນຝ່າຍນໍ້າລົ້ນ ຫຼາຍແຫ່ງກໍ່ໄດ້ຢູ່ ໃນສະພາບປົກກະຕິເຊັ່ນດຽວກັນ ແຕ່ກໍ່ມີບາງເຂື່ອນກໍ່ຍັງປ່ອຍນ້ຳຜ່ານທາງລະບາຍນ້ຳລົ້ນ ເຊັ່ນເຂື່ອນ ໄຟຟ້ານ້ໍາຕານ 3, ເຂື່ອນໄຟຟ້າເຊກະຫມານ, ເຂື່ອນໄຟຟ້ານ້ຳມັງ 1 ແລະ ເຂື່ອນໄຟຟ້ານໍ້າຊັນ 3B ເຊີ່ງ. ການປ່ອຍນ້ຳໄຫຼລົ້ນສັນເຂື່ອນຖືເປັນເລື່ອງປົກກະຕິ ເນື່ອງຈາກເຂື່ອນປະເພດດັ່ງກ່າວອະນຸຍາດໃຫ້ນ້ຳ ໄຫຼຜ່ານສັນເຂື່ອນໃນເວລາທີ່ນ້ຳເຕັມອ່າງ ເຊີ່ງອາດຈະເຮັດໃຫ້ປະລິມານນ້ຳຢູ່ທ້າຍເຂື່ອນເພີ່ມຂຶ້ນເລັກ ນ້ອຍ ຫຼື ປະລິມານນ້ຳຫນ້າ ແລະ ທ້າຍເຂື່ອນເທົ່າກັນ ເຊິ່ງບໍ່ມີຜົນກະທົບ;

2. ບັນດາເຂື່ອນໄຟຟ້າທີ່ມີການປ່ອຍນ້ໍາອອກຜ່ານປະຕູນໍ້າລົ້ນ (ເຝົ້າລະວັງ)                                      -ເຂື່ອນໄຟຟ້ານ້ໍາລີກ 1-2 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ຳລົ້ນ (Spilway) ສະເລ່ຍ 70,00 ແມັດ ກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 111,70 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 181,70 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນ້ຳ ສະຖານີບ້ານສາມຫມື່ນເມືອງເຟືອງ ເພີ່ມ ຂຶ້ນ 0,14 ແມັດ ຈາກລະດັບ 2,02 ແມັດ ໃນມື້ຜ່ານມາ ມາເປັນ 2,16 ແມັດໃນມື້ນີ້ ເຊິ່ງທຽບ ກັບລະດັບນ້ໍາເຕືອນໄພ 8,00 ແມັດ ແລະ ລະດັບນ້ຳອັນຕະລາຍ 9,00 ແມັດ ຖືວ່າຍັງຕ່ໍາຫຼາຍ ເຊິ່ງ ເຫັນວ່າລະດັບນໍ້າບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ;

-ເຂື່ອນໄຟຟ້ານ້ໍາດານ 2 ຍັງສືບຕໍ່ລະບາຍນ້ຳຜ່ານປະຕູນ້ຳລົ້ນ (Spyillway) ສະເລ່ຍ 27,95 ແມັດ
ກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 47,15 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 75,10 ແມັດກ້ອນຕໍ່ວິນາທີ ເຊີ່ງໄຫຼລົງໃສ່ ອ່າງເກັບນ້ຳເຂື່ອນນ້ຳຄານ 3. ເມື່ອທຽບກັບຂໍ້ມູນໃນມື້ຜ່ານມາ ເຫັນໄດ້ວ່າ ການປ່ອຍນ້ຳຜ່ານປະຕູນ້ຳລົ້ນຫຼຸດລົງ;

-ເຂື່ອນໄຟຟ້ານ້ຳຕານ 3 ຍັງສືບຕໍ່ລະບາຍນ້ຳຜ່ານປະຕູນ້ຳລົ້ນ (Spillway) ສະເລ່ຍ 46,65 ແມັດ ກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power bouse) ສະເລ່ຍ 81,46 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 128,06 ແມັດກ້ອນຕໍ່ວິນາທີ ເຊິ່ງ ລະດັບນ້ຳຢູ່ກ້ອງເຂື່ອນ ຢູ່ສະຖານີແທກນ້ໍາຢູ່ ບ້ານມີໄຊ ຫຼຸດລົງ 0,357 ແມັດ ຈາກລະດັບ 0,437 ແມັດ ໃນມື້ຜ່ານມາ ມາເປັນ 0,794 ແມັດ ໃນມື້ນີ້ ເຊີ່ງ ທຽບກັບລະດັບນ້ຳເຕືອນໄພ 9 ແມັດ ແລະ ລະດັບນ້ຳອັນຕະລາຍ 9,30 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງ ເຫັນວ່າລະດັບນ້ໍາບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ;

-ເຂື່ອນໄຟຟ້ານ້ຳກົງ 1 ຍັງສືບຕໍ່ລະບາຍນ້ໍາຜ່ານປະຕູນ້ຳລົ້ນ (Spillway) ສະເລ່ຍ 55,00 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 86,18 ແມັດກ້ອນຕໍ່ວິນາທີ ລວມ ທັງຫມົດ 62,87 ແມັດກ້ອນຕໍ່ວິນາທີ ເຊີ່ງປະລິມານນ້ຳດັ່ງກ່າວໄຫຼໄປປ່ອງໃສ່ແມ່ນ້ຳເຊກອງ ເຊີ່ງບໍ່ ມີຜົນກະທົບຕໍ່ພື້ນທີ່ຕອນລຸ່ມ.

-ເຂື່ອນນໍ້າເທີນ 1 ໄດ້ລະບາຍນ້ໍາຜ່ານປະຕູນ້ຳລົ້ນ (Spillway) 173,43 ແມັດກ້ອນຕໍ່ວິນາທີ ແລະ
ຜ່ານເຮືອນຈັກ (Power bouse) ສະເລ່ຍ 428,10 ແມັດກ້ອນຕໍ່ວິນາທີ ລວມທັງຫມົດ 601,57 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ ລະດັບນ້ຳ ສະຖານີບ້ານປາກກະດິງ ເມືອງປາກກະດິງ ເພີ່ມຂຶ້ນ 0,10 ແມັດ ຈາກລະດັບ 7,36 ແມັດ ໃນມື້ຜ່ານມາເປັນ 7,46 ແມັດໃນມື້ນີ້ ເຊີງທຽບກັບລະດັບນ້ໍາ ເຕືອນໄພ 13,75 ແມັດ ແລະ ລະດັບນ້ຳອັນຕະລາຍ 14,75 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງເຫັນວ່າ ລະດັບນ້ຳບໍ່ມີການເຫນັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຮືອນ ໄຟຟ້າ;

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...