spot_img
Homeຂ່າວຕ່າງປະເທດອາ​ເມ​ລິ​ກາ ​ປະກາດ​ການ​ຊ່ວຍ​ເຫຼືອ​ ອູ​ແກຣນ​ ໃນ​ມູນ​ຄ່າ 3 ຕື້​ໂດ​ລາ

ອາ​ເມ​ລິ​ກາ ​ປະກາດ​ການ​ຊ່ວຍ​ເຫຼືອ​ ອູ​ແກຣນ​ ໃນ​ມູນ​ຄ່າ 3 ຕື້​ໂດ​ລາ

Published on

ອາ​ເມ​ລິ​ກາ​ຈະ​ປະກາດ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະຫານ​ໃໝ່​ໃຫ້​ແກ່​ ຢູ​ເຄຣນ​ໃນ​ມູນ​ຄ່າ 3 ຕື້​ໂດ​ລາ ແລະ ຈັດກຽມທີ່ຈະຊື້ອາວຸດເພີ່ມເຕີມ ພ້ອມຕິດຕາມ​​ເຝົ້າລະວັງຣັດ​ເຊຍ​ ໃນ​ວັນ​ຄົບຮອບ 31 ປີ​ແຫ່ງ​ການ​ປະກາດ​ເອກະລາດ​ຂອງ​ຢູ​ເຄຣນ​ຈາກ​ສະຫະພາບ​ໂຊ​ວຽດ​ໃນ​ວັນ​ທີ 24 ສິງຫາ​ນີ້.

ອີງຕາມການລາຍງານຂອງສຳນັກຂ່າວ ຮອຍເຕີ ໃນວັນທີ 24 ສິງຫາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ສະຫະລັດອາເມຣິກ ເປີດເຜີຍວ່າ: ໃນຂະນະທີ່ ຄວາມຂັດແຍ່ງລະຫວ່າງຣັດເຊຍ  ແລະ ຢູເຄຣນດຳເນີນມາກວ່າ 6 ເດືອນແລ້ວ ສະຫະລັດກຳລັງຈະປະກາດມອບເງິນທຶນຊ່ວຍເຫຼືອດ້ານຄວາມປອດໄພສຳລັບຢູເຄຣນມູນຄ່າປະມານ 3 ຕື້ໂດລາສະຫະລັດ.

ໂດຍເງິນທຶນດັ່ງກ່າວຈະເປັນເງິນກ້ອນທຶນທີ່ໃຫຍ່ທີ່ສຸດສຳລັບທາງການຢູເຄຣນ ນັບຕັ້ງແຕ່ມີຄວາມຂັດແຍ່ງເກີດຂຶ້ນເມື່ອ 6 ເດືອນທີ່ແລ້ວ ເຊິ່ງຈະຖືດຈັດມອບໃຫ້ກັບມື້ດຽວກັບກັບມື້ປະກາດ​ເອກະລາດ​ຂອງ​ຢູ​ເຄຣນໃນວັນທີ 24 ສິງຫາ 2022.

ເຈົ້າໜ້າທີ່ຍັງກ່າວຕື່ມອີກວ່າ: ອາວຸດ​ໃໝ່​ດັ່ງກ່າວ​ບໍ່​ປະກົດ​ວ່າ​ເປັນ​ອາວຸດ​ຊະນິດ​ໃໝ່​ທີ່​ຍັງ​ບໍ່​ທັນ​ໄດ້​ມອບ​ໃຫ້​ກອງທັບຢູເຄຣນ ຢ່າງໃດກໍຕາມຈະເນັ້ນສົ່ງກະສຸນປຶນ ແລະອາວຸດສໍາລັບເປົ້າຫມາຍໄລຍະກາງ ເຊັ່ນລະບົບປ້ອງກັນເປັນຕົ້ນ.

ແຫຼ່ງຂ່າວ: ຣອຍເຕີ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...