spot_img
Homeຂ່າວຕ່າງປະເທດໂຈ ໄບເດນ ປະກາດຍົກເລີກໜີ້ເພື່ອການສຶກສາໃຫ້ກັບປະຊາຊົນອາເມຣິກາ

ໂຈ ໄບເດນ ປະກາດຍົກເລີກໜີ້ເພື່ອການສຶກສາໃຫ້ກັບປະຊາຊົນອາເມຣິກາ

Published on

ປະທານາທິບໍດີ ສະຫະລັດອາເມຣິກາ ປະກາດຍົກເລີກໜີ້ກູ້ຢືມເພື່ອການສຶກສາໃຫ້ກັບຄົນອາເມຣິກາທີ່ມີລາຍໄດ້ໜ້ອຍ-ປານກາງ ເພື່ອຫຼຸດພາລະໃຫ້ປະຊາຊົນ.

ວັນທີ 24 ສິງຫາ ທີ່ຜ່ານມາ ທ່ານ ໂຈ ໄບເດນ ປະທານາທິບໍດີສະຫະລັດອາເມຣິກາ ປະກາດຍົກເລີກໜີ້ເພື່ອການສຶກສາ ໃຫ້ກັບຄົນອາເມຣິກາ ຜູ້ທີ່ມີລາຍໄດ້ຕ່ຳກວ່າ 125.000 ໂດລາ ຫຼື ຄົວເຮືອນທີ່ມີລາຍໄດ້ຕ່ຳກວ່າ 250.000 ໂດລາ.

ໂດຍຈະຍົກເລີກໜີ້ໃຫ້ 10.000 ໂດລາ ສຳລັບການສຶກສາ ແລະ 20.000 ໂດລາ ສຳລັບທຶນເພລ ແກຣນ (Pell Grant) ເປັນທຶນສຳລັບຜູ້ຂາດແຄນທຶນຊັບເປັນພິເສດ.

ໂດຍຂໍ້ມູນຈາກທຳນຽບຂາວໄດ້ລະບຸວ່າ ປັດຈຸບັນ ມີຄົນອາເມຣິກາ 45 ລ້ານຄົນເປັນໜີ້ເງິນກູ້ເພື່ອການສຶກສາ ລວມເປັນເງິນ 1.6 ລ້ານລາ້ນໂດລາ ເຊິ່ງສ່ວນໃຫຍ່ເປັນຄົນທີ່ມີລາຍໄດ້ໜ້ອຍ ຫາ ປານກາງ.

ໄບເດນ ປະກາດລ້າງໜີ້ເພື່ອການສຶກສາຄັ້ງນີ້ ຈະເປັນປະໂຫຍດກັບຜູ້ກູ້ຢືມ 95% ຫຼື ປະມານ 43 ລ້ານຄົນ ເຊິ່ງ 60% ເປັນຜູ້ກູ້ຢືມທຶນເພລ ແກຣນ (Pell Grant) ແລະ ໃນຈຳນວນ 43 ລ້ານຄົນ ຈະມີ 20 ລ້ານຄົນ (45%) ທີ່ຈະໝົດໜີ້ໂດຍຫຼັງຈາກການລ້າງໜີ້ນຄັ້ງນີ້ ແລະ ໄດ້ກ່າວຕື່ມວ່າ ການສຶກສາຈະເປັນສິ່ງທີ່ພາເຮົານຳໄປຫາສິ່ງທີ່ດີຂຶ້ນ ແລະ ກໍ່ເພື່ອໃຫ້ຄົນມີເງິນໄປຈ່າຍຄ່າເຊົ່າ ຈ່າຍໃຊ້ສອຍ ຫຼື ອາດຈະຊື້ເຮືອນ ແລະ ອື່ນໆ.

ຢ່າງໃດກໍຕາມ ນະໂຍບາຍນີ້ຂອງໄບເດນ ໄດ້ຮັບສຽງວິພາກວິຈານ ຈາກບັນດານັກເສດຖະສາດທີ່ເບິ່ງວ່າ ການລ້າງໜີ້ໃນເທື່ອນີ້ອາດເຮັດໃຫ້ພາວະເງິນເຟີ້ຫຼາຍຂຶ້ນ ແລະ ສ້າງແຮງກົດດັນຕໍ່ຄ່າເງິນໂດລາ ລວມເຖິງການສົ່ງຜົນເສຍຕໍ່ເງິນກູ້ ແລະ ການຈ່າຍໜີ້ໃນອະນາຄົດ.

ແຫຼ່ງຂ່າວຈາກ CNN

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...