spot_img
Homeຂ່າວພາຍ​ໃນລາວ - ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ

ລາວ – ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ

Published on

ໃນວັນທີ 22 ສິງຫາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຊຶ່ງນຳໂດຍ ສະຫາຍ ເລມິງ ຈີ ກໍາມະການສູນກາງພັກກອມມູນິດ ຫວຽດນາມ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ.

 

ສອງຝ່າຍໄດ້ສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ”, ກອງປະຊຸມໃນຄັ້ງນີ້ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບບົດບາດ ແລະ ໜ້າທີ່ວຽກງານຂອງຕົນທີ່ຮັບຜິດຊອບໄລຍະຜ່ານມາໃຫ້ກັນຊາບ ແລະ ສະຫຼຸບຕີລາຄາຄືນຜົນສຳເລັດໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມມືກັນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືຮ່ວມມືກັນໃນຕໍ່ໜ້າ.

ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ເວົ້າລວມ ເວົ້າສະເພາະ ຄະນະພັກ-ຄະນະນໍາອົງການໄອຍະການປະຊາຊົນ ຂອງສອງປະເທດມີການພົວພັນຮ່ວມມືກັນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາວຽກງານໄອຍະການປະຊາຊົນ ກໍຄື ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ຢ່າງໜັກແໜ້ນ.

ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈຳສະບັບໃໝ່ດັ່ງນີ້: ໂດຍສຸມໃສ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜູ້ແທນຂັ້ນວິຊາການ, ການຖອດຖອນບົດຮຽນ ກ່ຽວກັບການດໍາເນີນຄະດີປົກຄອງ ແລະ ບົດບາດ ຂອງອົງການໄອຍະການປະຊາຊົນ, ການຮ່ວມມືທາງອາຍາ, ການປະຈຳຄ້າຍຄຸມຂັງຂອງພະນັກງານໄອຍະການປະຊາຊົນ, ການຂຽນຄຳຖະແຫຼງ ແລະ ການເຂົ້າຮ່ວມປະຊຸມສານຂອງ ພະນັກງານໄອຍະການປະຊາຊົນ, ການກໍ່ສ້າງພະນັກງານໄອຍະການປະຊາຊົນ, ການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ ແລະ ວຽກງານອື່ນ

ສອງຝ່າຍໃຫ້ປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ, ການພົວພັນ-ຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສສ ຫວຽດນາມ ເວົ້າສະເພາະ ໃຫ້ນັບມື້ກ້າວສູ່ລວງເລິກ, ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນາ, ເພີ່ມທະວີການຮ່ວມມືທາງດ້ານກົດໝາຍ, ຕ້ານອາຊະຍາກໍາຂ້າມຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ຕາມທິດສັງຄົມນິຍົມ.

ຮ່ວມລົງນາມໃນຄັ້ງນີ້ລະຫວ່າງ ສະຫາຍ ໄຊຊະນະ ໂຄດພູທອນ ແລະ ສະຫາຍ ເລມິງ ຈີ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມຂອງຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ການນຳຂັ້ນສູງຂອງ ສສ ຫຽດນາມ ຕື່ມອີກ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...