spot_img
Homeຂ່າວພາຍ​ໃນແຈ້ງການກຽມເປີດປະຕູນ້ຳ ເຂື່ອນໄຟຟ້ານ້ຳຄານ 2 ແລະ ນໍ້າຄານ 3

ແຈ້ງການກຽມເປີດປະຕູນ້ຳ ເຂື່ອນໄຟຟ້ານ້ຳຄານ 2 ແລະ ນໍ້າຄານ 3

Published on

ກະຊວງພລັງງານ ແລະ ບໍ່ແຮ່ ກົມນະໂຍບາຍ ແລະ ແຜນພະລັງງານອອກແຈ້ງການກ່ຽວກັບການກະກຽມເປີດປະຕູນ້ຳ ເຂື່ອນໄຟຟ້ານ້ຳຄານ 2 ແລະ ນໍ້າຄານ 3 ເພື່ອລະບາຍນໍ້ານອງ ໃນວັນທີ 19/8/2022.


ກົມນະໂຍບາຍ ແລະ ແຜນແຈ້ງການ, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ), ອີງຕາມການສະເໜີຂອງ ຫົວໜ້າບໍລິສັດ ຜະລິດ-ໄຟຟ້າ ມະຫາຊົນມີລາຍລະອຽດວ່າ: ໃນວັນທີ 19/08/2022 ທາງເຂື່ອນໄຟຟ້ານໍ້າຄານ 2 ແລະ ນໍ້າຄານ 3 ມີແຜນຈະ ເປີດປະຕູນໍ້ານອງ ເພື່ອລະບາຍນ້ຳ ອອກຈາກອ່າງເກັບນ້ຳຂອງເຂື່ອນ, ເນື່ອງຈາກປັດຈຸບັນລະດັບນໍ້າຂອງເຂື່ອນ ແມ່ນຢູ່ໃນ ລະດັບໃກ້ກັບລະດັບສູງສຸດ ທັງສອງ ໂຄງການ ໂດຍຈະປ່ອຍນໍ້າອອກຕາມປະລິມານນໍ້າໄຫຼເຂົ້າອ່າງ ເລີ່ມແຕ່ວັນທີ 19/08/2022 ຫາ 31/8/2022 ນໍ້າຄານ 2 ປ່ອຍ 103 M3/s ລວມທັງຜ່ານກົງຫັນzະລິດໄຟຟ້າ, ນ້ຳຄານ 3 ປ່ອຍ 155 M3/s ລວມທັງຜ່ານກົງຫັນຜະລິດໄຟຟ້າ ອາດຈະມີການປ່ຽນແປງຕາມສະພາບຕົວຈິງ.

ໂດຍລວມແລ້ວ ທາງ ກົມນະໂຍບາຍ ແລະ ແຜນພະລັງງານ ບໍ່ຄັດຂ້ອງຕໍ່ການສະເຫນີດັ່ງກ່າວ ແຕ່ໃຫ້ເອົາໃຈໃສ່ໃນການ ຫຼຸດຜ່ອນຜົນກະທົບຕໍ່ສັບສິນ ແລະ ຊີວິດຂອງປະຊາຊົນທີ່ຢູ່ຕອນລຸ່ມເຂື່ອນ ທາງ ໂຄງການຕ້ອງຮັບປະກັນວ່າ ການແຈ້ງ ເຕືອນການຮັບຮູ້ ຂອງປະຊາຊົນທີ່ຢູ່ຕອນລຸ່ມຂອງໂຄງການທົ່ວເຖິງ ແລະ ກຽມພ້ອມ ຈຶ່ງເປີດປະຕູນໍ້າ, ພ້ອມກັນນີ້ການເປີດ ປະຕູນໍ້ານອງຈະຕ້ອງມີການວິເຄາະ ໂດຍທຽບໃສ່ ປະລິມານນໍ້າເຂົ້າ ແລະ ບໍລິມາດຂອງອ່າງເກັບນໍ້າໃນປັດຈຸບັນເພື່ອຈໍາກັດ ຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ການຜະລິດໃຫ້ຫນ້ອຍເທົ່າທີ່ຈະຫນ້ອຍໄດ້.

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...