spot_img
Homeຂ່າວພາຍ​ໃນກະຊວງການເງິນແຈ້ງການເຂົ້າຮ່ວມປະມູນຄຳຈຳນວນ 14 ປ່ຽງ

ກະຊວງການເງິນແຈ້ງການເຂົ້າຮ່ວມປະມູນຄຳຈຳນວນ 14 ປ່ຽງ

Published on

ກະຊວງການເງິນອອກແຈ້ງການເຖິງບັນດາຜູ້ທີ່ສົນໃຈເຂົ້າຮ່ວມປະມູນຄຳຈຳນວນ 14 ປ່ຽງ.

ວັນທີ 16 ສິງຫາ 2022 ຫ້ອງການ, ກະຊວງການເງິນ ກະຊວງການເງິນອອກແຈ້ງການປະມູນ ເຖິງບຸກຄົນ, ນິຕິບຸກຄົນ, ບັນດາຫ້າງຮ້ານ ແລະ ການຈັດຕັ້ງຕ່າງໆເລື່ອງການປະມູນຊັບສິນປະເພດຄຳ ຈຳນວນ 14 ປ່ຽງ, ນ້ຳໝັກ 3.022,1 ກຼາມ.

ຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນຄຳຊາບ: ປັດຈຸບັນ ກະຊວງການເງິນ ມີຈຸດປະສົງຈະສະສາງຊັບສິນປະເພດຄຳ ຈຳນວນ 14 ປ່ຽງ, ນໍ້າໜັກ 3.022,1 ກຼາມ, ເປີເຊັນຄຳແຕ່ລະປ່ຽງແມ່ນບໍ່ເທົ່າກັນ ຊຶ່ງມີເປີເຊັນຄໍາແຕ່ 62% ຫາ 68%, ສະສາງອອກດ້ວຍການປະມູນຂາຍເປີດກ້ວາງ, ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ປະສານຊື້ຊອງປະມູນໄດ້ທີ່ກົມຄຸ້ມຄອງຊັບສິນແຫ່ງລັດກະຊວງການເງິນ ລາຄາຂາຍຊອງປະມູນ 1.000.000 ກີບ/ຊອງ.

ຜູ້ເຂົ້າຮ່ວມປະມູນຕ້ອງວາງເງິນຄໍ້າປະກັນຊອງປະມູນ 2% ຂອງມູນຄ່າສະເໜີລາຄາ, ເລີ່ມຂາຍຊອງປະມູນແຕ່ວັນທີ 18 ສິງຫາ 2022 ຫາ ວັນທີ 13 ກັນຍາ 2022 (ໃນວັນ ແລະ ເວລາລັດຖະການ) ແລະ ຈະໄດ້ເປີດຊອງປະມູນສະເໜີລາຄາໂດຍຊ້ອງໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະມູນ ເວລາ 14.00 ໂມງ, ໃນວັນທີ 13 ກັນຍາ 2022, ທີ່ຫ້ອງປະຊຸມກະຊວງການເງິນ ຊັ້ນ 4 (ຕຶກ 4 ຊັ້ນ).

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຊາບ.

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...